Crowne Plaza Vientiane

The 3 Best Bars in Vientiane, Laos for New Year’s Eve

3 ສະຖານທີ່ບັນເທີງທີ່ດີທີ່ສຸດໃນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າທີ່ວຽງຈັນ

3 ສະຖານທີ່ບັນເທີງທີ່ດີທີ່ສຸດໃນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າທີ່ວຽງຈັນ

 

ເຖິງວ່າວຽງຈັນຈະເປັນເມືອງນ້ອຍ ແລະ ມີປະຊາກອນໃນຈຳນວນບໍ່ຫຼາຍ, ຫາກທຽບກັບກຸງເທບ, ນັ້ນບໍ່ໄດ້ໝາຍຄວາມວ່າການສະຫຼອງສົ່ງທ້າຍປີເກົ່າຢູ່ທີ່ນີ້ຈະເປັນໄປດ້ວຍຄວາມເສີຍເສົ້າ ແລະ ງຽບເຫງົາ. ໃນທາງກັບກັນ ຊາວຕ່າງປະເທດຈຳນວນຫຼາຍໄດ້ທະຍອຍກັນມາທີ່ວຽງຈັນເພື່ອມາສະຫຼອງໂອກາດດັ່ງກ່າວ. ສຳລັບຜູ້ທີ່ມັກສັງສັນໃນຄ່ຳຄືນສົ່ງທ້າຍປີເກົ່ານີ້, ວຽງຈັນກໍມີສະຖານທີ່ບັນເທີງອີກຫຼາກຫຼາຍໃຫ້ເລືອກ. ແຕ່ມີພຽງແຕ່ 3 ສະຖານທີ່ນີ້ເທົ່າທີ່ຈັດຢູ່ໃນສະຖານທີ່ບັນເທີງທີ່ດີທີ່ສຸດສຳລັບການສັງສັນອຳລາປີເກົ່າ. 


ຄຣາວ ພລາຊ່າ ວຽງຈັນ-ແອເລເຟັ້ນເລົ້າ

ດ້ວຍຄວາມເປັນເລົ້າລະດັບ 5 ດາວ ແຫ່ງທຳອິດຂອງວຽງຈັນ, ພວກເຮົາຈຶ່ງໝັນໃຈວ່າທ່ານຈະຮູ້ສຶກປະທັບໃຈໃນວັນສົ່ງທ້າຍປີເກົ່າຢ່າງແນ່ນອນ. ເນືີ່ອງຈາກຕັ້ງຢູ່ຊັ້ນ G ຂອງໂຮງແຮມ ຄຣາວ ພລາຊ່າ ວຽງຈັນ, ເລົ້າແຫ່ງນີ້ຈຶ່ງໃຫ້ຄວາມຮູ້ສຶກທີ່ຜ່ອນຄາຍ ແລະ ລຽບງ່າຍ. ໂດຍຈະມີວົງດົນຕີສົດ ທີ່ຈະມາສ້າງຄວາມບັນເທີງໃຫ້ແກ່ທ່ານໃນທຸກໆຄ່ຳຄືນ ເພື່ອສ້າງບັນຍາກາດໃຫ້ ແອເລເຟັ້ນເລົ້າ ໄປໃນທາງທີ່ໜ້າປະທັບໃຈ ແລະ ເປັນທີ່ຈົດຈຳທີ່ສຸດ ໃຫ້ສົມກັບເປັນຄ່ຳຄືນແຫ່ງການສະເຫຼີມສະຫຼອງອຳລາປີເກົ່າ. ໂດຍຕົວຮ້ານຈະເປັນ full bar ທີ່ມີເມນູໃຫ້ເລືອກໃຫ້ເລືອກບໍ່ວ່າຈະເປັນ ເຄື່ອງດື່ມ ແລະ ອາຫານລົດເລີດຕ່າງໆ. ແລະ ຫາຍຫ່ວງເລື່ອງພື້ນທີ່ ເພາະຕົວຮ້ານມີພື້ນທີ່ທີ່ກວ້າງຈົນສາມາດເປັນຈຸດລວມພົນໃນການສະຫຼອງປີໃໝ່ເລີຍກໍວ່າໄດ້. 


ບໍ່ເປັນຫຍັງ ຮ້ານອາຫານ ແລະ ບາຣ໌

ເຄຣດິດ:borpennyangvientiane.com

ບໍ່ເປັນຫຍັງ, ຮ້ານອາຫານ ແລະ ບາຣ໌ ຕັ້ງຢູ່ເທິງຊັ້ນ 4 ຂອງອາຄານລຽບແຄມຂອງ ເຊິ່ງຖືເປັນໜຶ່ງໃນສະຖານທີ່ບັນເທີງທີ່ຂຶ້ນຊື່ ແລະ ເປັນທີ່ນິຍົມທີ່ສຸດໃນເມືອງວຽງຈັນ. ສິ່ງໜຶ່ງທີ່ຕ້ອງກຽມໃຈທຳອິດເລີຍກໍຄື ການລໍຖ້າຕໍ່ຄິວໃນວັນສົ່ງທ້າຍປີເກົ່າ, ດັ່ງຈຶ່ງຂໍແນະນຳໃຫ້ມາກ່ອນເວລາຈັກນ່ອຍ. ເນື່ຶອງຈາກ ຮ້ານນີ້ເປີດໃຊ້ໃຫ້ບໍລິການທຸກຄືນ ມັນຈຶ່ງເປັນຈຸດສູນລວມຂອງນັກສັງສັນບໍ່ວ່າຈະເປັນທັງຄົນລາວ ແລະ ຄົນຕ່າງປະເທດ. ຕົວຮ້ານຍັງມີສະລອຍນ້ຳ ພ້ອມເມນູອາຫານທີ່ຫຼາກຫຼາຍທີ່ທ່ານມາດເພີນເພີນຈົນຮອດ້ວງເວລານັບຖອຍຫຼັງຕອນທ່ຽງຄືນໄດ້. ຫາກທ່ານກຳລັງຊອກຫາສະຖານທີ່ບັນເທີງທີ່ມີຄວາມຫຼາກຫຼາຍໃນສີສັນ ບໍ່ເປັນຫຍັງ ກໍຖືເປັນໜຶ່ງໃນຫັ້ນ. 


ມາກທູ (MARK TWO)

ເຄຣດິດ: Mark Two Pub & Restaurant

ຮ້ານບັນເທີງແຫ່ງນີ້ກໍເປັນອີກໜຶ່ງຮ້ານຍອດຮິດໃນວຽງຈັນ ດ້ວຍແນວຮ້ານທີ່ມີເອອກະລັກໂດຍແຍກອອກເປັນສອງເຂດ (ຕາມຊື່) ແລະ ທັງສອງເຂດນັ້ນກໍມີຄວາມເໝາະສົມແກ່ການສະລອງສົ່ງທ້າຍປີເກົ່າບໍ່ແພ້ກັນ. ດ້ວຍການປະສົມປະສານທີ່ລົງຕົວລະຫວ່າງສວນເບຍ ແລະ ໄນຄ໌ຄລັບ ຈຶ່ເຮັດຕົວຮ້ານມີຄວາມໂດດເດັ່ນແບບບໍ່ຊ້ຳໃຜ. ຈຸດເດັ່ນອີກອັນໜຶ່ງທີ່ພາດບໍ່ໄດ້ຢູ່ພາຍໃນຮ້ານ ມີຈໍພາບຂະໜາດໃຫຍ່ທີ່ໄວ້ສຳລັບນຳສະເໜີລາຍການອາຫານ ແລະ ກິລາ. ໝັ້ນໃຈໄດ້ເລີຍວ່າ ຮ້ານມາກທູ  ຈະສາມາດຕອບສະໜອງທ່ານຜູ້ທີ່ກຳລັງຢາກສະຫຼອງອຳລາປີເກົ່າທັງຮົ່ມ ແລະ ກາງແຈ້ງໄປພ້ອມໆກັນ.

ຂໍ້ສະເຫນີຫ້ອງພັກຫຼ້າສຸດ

Special Room Offer

Jetsetter Package

Special Room Offer

Leisure Escape

Special Room Offer

Dinner, Bed and Breakfast