Crowne Plaza Vientiane

Stay on Top of Your Game at Crowne Plaza Vientiane

ພັກຜ່ອນແບບ ໄປໃນອີກລະດັບທີ່ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ

ການເດີນທາງເພື່ອທຸລະກິດນັ້ນຖືເປັນສິ່ງທີ່ຕ້ອງໃຫ້ຄວາມສຳຄັນຢູ່ສະເໝີ ບໍ່ວ່າທ່ານຈະມີປະສົບການຫຼາຍຜານໃດກໍຕາມ. ທີ່ທ່ານຈະຕ້ອງແນ່ໃຈວ່າທຸກໆຢ່າງຈະຕ້ອງຜ່ານໄປດ້ວຍດີໄຮ້ຄວາມກັງວົນ. ນັກທ່ອງທ່ຽວທຸລະກິດສ່ວນໃຫຍ່ມັກຈະຄຳນຶງເຖິງສິ່ງທີ່ດີທີ່ສຸດໃນການເພີ່ມຜົນຜະລິດ ແລະ ຄວາມສຳເລັດໃນການເດີນທາງເພື່ອທຸລະກິດ. ທີ່ຄຣາວ ພລາຊ່າ ວຽງຈັນ ກໍເຊັ່ນກັນ ພວກເຮົາໄດ້ມຸ່ງໝັ້ນໃຫ້ທ່ານມີຄວາມຮູ້ສຶກວ່າທ່ານຢູ່ໃນຄວາມສຳຄັນອັນດັບຕົ້ນໆຂອງພວກເຮົາຢູ່ສະເໝີ ເພື່ອນຳທ່ານໄປສູ່ຄວາມສຳເລັດ. ດ້ວຍຄວາມມຸ່ງເນັ້ນໄປທີ່ການບໍລິການເພື່ອທຸລະກິດ ໂຄງສ້າງພື້ນຖານ ແລະ ການເຊື່ອມຕໍ່ທີ່ດີເລີດ, ພວກເຮົາຈຶ່ງເຊື່ອວ່າທ່ານຈະໄດ້ຮັບຜົນສຳເລັດກັບການເດີນທາງຄັ້ງນີ້ຂອງທ່ານ.

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ແມ່ນຕັ້ງຢູ່ກາງເມືອງຈັນທະບູລີ ທີ່ໃຊ້ເວລາພຽງ 15 ນາ ຈາກ ສະໜາມບິນວັດໄຕ. ມີຫ້ອງພັກທັງໝົດຢູ່ 197 ຫ້ອງ. ທີ່ມີສິ່ງອຳນວຍຄວາມສະດວກຫຼາຍຢ່າງເຊັ່ນ ສູນຟິດເນັດ, ສະລອຍນ້ຳກາງແຈ້ງ, ຫ້ອງສ໌ປາ, ຮ້ານອາຫານແລະບາຣ໌ຕ່າງໆທີ່ເປີດບໍລິການອາຫານຕະຫຼອດ 24 ຊົ່ວໄມງ. ເຊິ່ງສິ່ງອຳນວຍຂອງທາງເຮົານັ້ນມີຫຼາກຫຼາຍ ແລະ ຄວບຄຸມ ເພາະພວກເຮົາຕັ້ງໃຈທີ່ຈະມອບຄວາມເປັນເລີດໃນການບໍລິການໃຫ້ແກ່ທ່ານທີ່ດຳເນີນໂດຍທີມງານທີ່ມີປະສິດທິພາບຂອງພວກເຮົາ.

ງານປະຊຸມທີ່ຄຣາວ ພລາຊ່າ

ຄຣາວ ພລາຊ່າ ວຽງຈັນ ມີຫ້ອງປະຊຸມຫລາຍຂະໜາດທີ່ສາມາດຮອງຮັບຜູ້ເຂົ້າຮ່ວມໄດ້ເປັນຈຳນວນຫຼາຍ. ຫາກຕ້ອງການຢາກຮູ້ວ່າຫ້ອງປະຊຸມປະເພດໃດມີຄວາມເໝາະສົມຂອງງານທ່ານຫຼາຍທີ່ສຸດ ທ່ານສາມາດສົ່ງຄຳຖາມເຖິງເຮົາ ແລະ ເຮົາຮັບປະກັນວ່າເຮົາຈະຕອບກັບຄຳຂໍຂອງທ່ານພາຍໃນ 2 ຊົ່ວໂມງແນ່ນອນ. ນີ້ຄືໜຶ່ງໃນສີ່ເຫດຜົນທີ່ສຳຄັນທີີ່ເຮົາເຊື່ອວ່າທ່ານຄວນມາຈັດຫ້ອງປະຊຸມຢູ່ທີ່ ຄຣາວ ພລາຊ່າ ວຽງຈັນ. ເຫດຜົນທີສອງແມ່ນທາງເຮົາມີຜູ້ອຳນວຍການຝ່າຍຈັດງານປະຊຸມທີ່ຮັບໜ້າທີ່ໃນການດູແລທ່ານໂດຍສະເພາະ. ນອກຈາກນີ້ ເຮົາຍັງເຮັດບົດສະຫຼຸບປະຈຳວັນຂອງງານປະຊຸມອີກດ້ວຍ ເຊິ່ງລວມມີລາຍການຄ່າໃຊ້ຈ່າຍ ເພື່ອໃຫ້ທ່ານສາມາດກຳນົກງົບປະມາກການຈັດປະຊຸມໄດ້ແບບຕົວຈິງ. ແລະ ເຫດຜົນສຸດທ້າຍ, ການຈັດງານປະຊຸມຂອງພວກເຮົາ ແມ່ນໄດ້ຮັບຄະແນນຄວາມເພິ່ງພໍໃຈສູງສຸດ ອີງຈາກແຂກຜູ້ທີ່ເຄີຍມາໃຊ້ແພັກເກັດກອງປະຊຸມກັບພວກເຮົາ.

ພັກຜ່ອນ, ເຕີມພະລັງ ແລະ ຄືນຄວາມສົດຊື່ນ

ເຮົາຮູ້ວ່າມັນເປັນສິ່ງທີ່ສຳຄັນສຳລັບທ່ານທີ່ຈະດຳເນີນກິດຈະວັດປະຈຳວັນເຊັ່ນ ອອກກຳລັງກາຍ ຫຼື ຈະເປັນການລອຍນ້ຳ ພວກເຮົາລ້ວນແລ້ວແຕ່ເຂົ້າໃຈວ່ານີ້ເປັນສ່ວນໜຶ່ງທີ່ສຳຄັນໃນການດຳລົງຊີວິດທ່ານ. ດັ່ງນັ້ນຟິດເນັດຂອງພວກເຮົາຈຶ່ງມີອຸປະກອນອອກກຳລັງກາຍທີ່ຄົບຖ້ວນແລະເປີດໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ ທີ່ທ່ານສາມາດເຂົ້າມາອອກກັບລັງກາຍໄດ້ທຸກໆເວລາທີ່ທ່ານຕ້ອງການ. ສະລອຍ້ຳຂອງພວກເຮົາແມ່ນເໝາະສຳລັບແຂກທີ່ຕອງການຢາກຈະມາຜ່ອນຂາຍຫຼັງຈາກທີ່ເຮັດວຽກມາໝົດມື້. ເຊິ່ງທ່ານຍັງສາມາດສັ່ງຂອງວ່າງ ເຄື່ອງດື່ມ ຫຼື ອາຫານໃນຂະນະທີ່ເພີດເພີນໄປກັບການລອຍນ້ຳອີກດ້ວຍ. ເລີ່ມຕົ້ນວັນໃໝ່ຂອງທ່ານດ້ວຍການກ້າວຂາຂວາ ຫຼື ຈະຄາຍຄວາມຄຽດເມື່ອສິ້ນສຸດວັນອັນແສນຍາວນານດ້ວຍ ສ໌ປາທຣິດເມັ້ນທີ່ຫຼາກຫຼາຍ ຢູ່ທີ່ Senses Spa. ດ້ວຍທຣິດເມັ້ນຮັກສາຜິວ, Senses Spa ຈຶ່ງຖືເປັນບ່ອນທີ່ຈະສ້າງຄວາມຜ່ອນຄາຍໃຫ້ທ່ານໄດ້ຢ່າງແທ້ຈິງ. ເພີນເພີນໄປກັບຮ້ານອາຫານຕ່າງໆທີ່ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ເຊິ່ງພ້ອມໃຫ້ໄດ້ຄົ້ນພົບໄປກັບລົດຊາດທີ່ມີສະເໜ່ຂອງມັນ.

ໃນສຸດທ້າຍນີ້ ທາງຫ້ອງພັກຂອງໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ສ້າງຂຶ້ນເພື່ອມອບຜົນປະໂຫຍດສູງສຸດໃຫ້ແກ່ແຂກ. ຜ້າປູບ່ອນນອນຄຸນນະພາບລະດັບພຣີມ້ຽມ, ບ່ອນງຽບ, ແລະ ບໍລິການໂທປຸກ ທີ່ຈະຊ່ວຍໃຫ້ທ່ານພັກຜ່ອນກັບພວກເຮົາດ້ວຍຄວາມໄວ້ວາງໃຈໄຮ້ກັງວົນຕະຫຼອດການຫຼັບນອນ. ບໍລິການອິນເຕີເນັດ ໄຮ້ສາຍຟຣີ ແລະ ມີປັກໄຟຢູ່ຫຼາຍແຫ່ງຕາມບໍລິເວນໂຮງແຮມ ແລະ ຕັ້ງຢູ່ໃນຕຳແໜ່ງທີ່ສະດວກໃນການເຊື່ອມຕໍ່.

ການສ້າງສະພາບແວດລ້ອມທີ່ດີທີ່ສຸດໃຫ້ແກ່ແຂກແມ່ນເປົ້າໝາຍຫຼັກທີ່ສຳຄັນຂອງພວກເຮົາ. ຜ່ານການບໍລິການ, ສິ່ງອຳນວຍຄວາມສະດວກ ແລະ ເຫດຜົນຕ່າງທີ່ກ່າວມາກ່ອນໜ້ານີ້ນັ້ນ, ພວກເຮົາຫວັງເປັນຢ່າງຍິ່ງທີ່ຈະຮັບໃຊ້ທ່ານກັບການເດີນຄັ້ງຕໍ່ໄປໃນວຽງຈັນ.

ຂໍ້ສະເຫນີຫ້ອງພັກຫຼ້າສຸດ

Special Room Offer

Jetsetter Package

Special Room Offer

Leisure Escape

Special Room Offer

Dinner, Bed and Breakfast