Crowne Plaza Vientiane
MEN FOLDER
ທຳຄວາມຮູ້ຈັກກັບແບຣນ
|
MEN folder ເປັນແບຣນສັນຊາດລາວ ກໍ່ຕັ້ງໃນປີ 2012 ດ້ວຍຄວາມຮັກ ແລະ ຫຼົງໄຫຼໃນເສື້້ອຜ້າ ສຸພາບບູລຸດ ແລະ ການໃຫ້ບໍລິການທີ່ຕອບສະໜອງຕາມຄວາມຕ້ອງການຂອງທ່ານຊາຍ ໂດຍຜູ້ກໍ່ຕັ້ງແບຣນ ແລະ ຜູ້ອອກແບບ “ ບັນດິດ ລາສະວົງ” ເປັນຄົນໝຸ່ມນ້ອຍຫຼາກຫຼາຍຄວາມສາມາດ ແລະ ຫຼົງໄຫຼໃນດ້ານແຟຊັ່ນ, ເປັນແບຣນທີ່ມີທັງເສື້ອຜ້າແບບສະບາຍສະບາຍ ແລະ ແບບທາງການ ແລະ ລວມທັງເຄື່ອງປະດັບ. ຕັ້ງແຕ່ເລີ່ມຕົ້ນ ເມັນໂຟນເດີ ໄດ້ແຕ່ງໂຕໃຫ້ນາຍແບບ-ນາງແບບ, ສິນລະປິນ-ນາງງາມ ແລະ ດາລາຊື່ດັງຂອງລາວ ແລະ ໄດ້ເຂົ້າຮ່ວມງານນ້ອຍໃຫຍ່ລະດັບປະເທດຢ່າງຫຼວງຫຼາຍ ແລະ ຍັງເປັນຕົວແທນຂອງປະເທດລາວໃນກຸ່ມຜູ້ອອກແບບລະດັບອາຊຽນ ແລະ ສາກົນ “AFDS & CAFD” ແລະ ໄດ້ເຂົ້າຮ່ວມສະແດງອາພອນໃນຕ່າງປະເທດເຊັ່ນ: ສິ່ງກະໂປ, ມາເລເຊຍ, ຫວຽດນາມ, ໄທ, ມຽນມາ ແລະ ປະເທດອື່ນໆ ແລະ ຍັງຖືກເຊື້ອເຊີນໃຫ້ເຂົ້າຮ່ວມສະແດງໃນບັນດາປະເທດສະມາຊິກຢູຣົບ, ອາເມຣິກາ ແລະ ຈີນ.
|
|