Crowne Plaza Vientiane

3 MERCHANTS –ຄົ້ນພົບອາຫານອິນໂດຈີນທີ່ແຕກຕ່າງ

ຫ້ອງອາຫານ MOSAIC – ຫ້ອງອາຫານແບບຕະຫຼາດສົດ

ຫ້ອງນັ່ງຫຼີ້ນ ELEPHANT LOUNGE – ສະຖານທີ່ພົບປະສັງສັນແຫ່ງໃໝ່ຂອງຊາວນະຄອນຫຼວງວຽງຈັນ

The Link - Café and Tapas Bar

ລານເບຍ GARDEN – ສະຖານທີ່ພັກຜ່ອນແບບສະບາຍໆ ທີ່ມີບັນຍາກາດເປັນກັນເອງ

ຫ້ອງອາຫານ & ບາຣ໌

ເພີດເພີນໄປກັບທາງເລືອກດ້ານອາຫານ ແລະ ເຄື່ອງດື່ມທີ່ຫຼາກຫຼາຍຕະຫຼອດວັນ ຢູ່ທີ່ ຫ້ອງອາຫານ ແລະ ບາຣ໌ຂອງພວກເຮົາ ເຊິ່ງມີທັງອາຫານເມນູພິເສດ ແລະ ອາຫານເບົາພ້ອມໃຫ້ບໍລິການແກ່ທ່ານ.

ໂຮງແຮມຄຣາວພລາຊ່າ ວຽງຈັນ ໃຫ້ຄໍາໝັ້ນທີ່ຈະນໍາເອົາມາດຕະຖານໃໝ່ແຫ່ງຄວາມເປັນເລີດມາສູ່ວຽກງານການບໍລິການໃນປະເທດລາວ ແລະ ຍັງລວມໄປເຖິງປະສົບການອັນລໍ້າຄ່າທີ່ຫຼາກຫຼາຍໃນການຮັບປະທານອາຫານ.

ບໍ່ວ່າຈະເປັນໂຊນຫ້ອງອາຫານແບບຕະຫຼາດສົດ ຫ້ອງອາຫານ Mosaic, ອາຫານຊັ້ນເລີດຂອງອາຊີຕາເວັນອອກສ່ຽງໃຕ້ ຢູ່ທີ່ຫ້ອງອາຫານ 3 Merchants ຫຼື ອາຫານຫວ່າງແຄມສະລອຍນໍ້າທີ່ມີບັນຍາກາດຜ່ອນຄາຍ ຢູ່ທີ່ບາຣ໌ Splash ໂຮງແຮມຂອງພວກເຮົາກໍ່ສາມາດຕອບສະໜອງຄວາມຕ້ອງການຂອງທ່ານໄດ້ ໃນທຸກໂອກາດ.

ນະຄອນຫຼວງວຽງຈັນຖືກປົກຄຸມໄປດ້ວຍ ບັນຍາກາດທີ່ເປັນກັນເອງ ແລະ ມົນສະເໜ່ທີ່ແປກໃໝ່. ປະສົບການທີ່ໜ້າຫຼົງໄຫຼຂອງການຮັບປະທານອາຫານນັ້ນ ກໍ່ບໍ່ຕ່າງກັນ ທ່ານຈະໄດ້ລິ້ມລອງອາຫານຄຸນນະພາບລະດັບສຸດຍອດ ໃນຄວາມສະດວກສະບາຍສູງສຸດ.

ຢູ່ທີ່ໂຮງແຮມຄຣາວພລາຊ່າ ວຽງຈັນ ຂອງພວກເຮົາອາຫານແຕ່ລະຈານແມ່ນໄດ້ຮັບການປຸງແຕ່ງຈາກ ບັນດາພໍ່ຄົວລະດັບໂລກ ເຮັດໃຫ້ທ່ານຮູ້ສຶກຢາກສະຫຼອງໄປກັບອາຫານນາໆຊາດລົດເລີດ ແລະ ລົດຊາດອາຫານພື້ນເມືອງທີ່ສົດໃໝ່.

ຢູ່ທີ່ຫ້ອງອາຫານ Mosaic ທ່ານຈະໄດ້ສຳພັດກັບບັນຍາກາດທີ່ມີຊີວິດຊີວາຂອງຫ້ອງອາຫານທີ່ມີຄວາມສະດວກສະບາຍ ຊຶ່ງໄດ້ຮັບການອອກແບບຢ່າງມີສະໄຕລ໌ທັນສະໄໝ ຫຼື ພົບກັບປະສົບການໃນການຮັບປະທານອາຫານທີ່ເປັນເອກະລັກ ຢູ່ທີ່ຫ້ອງອາຫານ 3 Merchants ຊຶ່ງເປັນຮ້ານອາຫານອິນໂດຈີນທີ່ລ້ຳສະໄໝທີ່ສຸດ ໃນນະຄອນຫຼວງວຽງຈັນ - ນໍາສະເໜີລົດຊາດອາຫານທີ່ມີສີສັນຈາກທົ່ວອິນໂດຈີນມາໃຫ້ທ່ານໄດ້ລິ້ມລອງ.

ລອງສຳພັດກັບອາຫານຫວ່າງທີ່ສົດໃໝ່ ຫຼື ເຄື່ອງດື່ມແຄມສະລອຍນໍ້າຢູ່ທີ່ ບາຣ໌ The Link ຫຼື ເພີດເພີນກັບຕົວເລືອກອາຫານຄູ່ກັບເບຍ ຢູ່ທີ່ລານເບຍ Garden ເມື່ອທ່ານຕ້ອງການທົດລອງກັບສິ່ງໃໝ່.

ບໍ່ວ່າຈະເນື່ອງໃນໂອກາດໃດກໍ່ຕາມ ທ່ານສາມາດໝັ້ນໃຈໄດ້ເລີຍວ່າ ພະນັກງານຫ້ອງຄົວທີ່ເອົາໃຈໃສ່ຂອງພວກເຮົາ ຈະນໍາພາທ່ານໄປລິ້ມລອງກັບການປຸງແຕ່ງອາຫານທີ່ເຕັມໄປດ້ວຍ ຄວາມສົດໃໝ່, ລົດຊາດດັ້ງເດີມທີ່ເຊື່ອຖືໄດ້ ແລະ ການໃຫ້ບໍລິການໃນລະດັບທີ່ບໍ່ມີໃຜທຽບເທົ່າ.

Infinity Swimming Pool

Rooftop Oasis Retreat

3rd floor

Daily, 07.00 - 21.00

 

The Gym

Elevate Your Fitness Journey

3rd floor

Daily, 24/7

 

Executive Club Lounge

Where Elegance Meets Exclusivity

2nd floor

Daily, 7.00 - 22.00

 

Senses Spa

Award-winning Spa

3rd floor

Daily, 11.00 - 20.00

 

Nail Spa & Lounge

A New Level of Rejuvenation

3rd floor

Daily, 11.00 - 20.00

 

Business Center

Stay Connected Around The Clock

Ground floor

Daily, 24/7