ຂໍ້ສະເໜີ Work From Hotel Offer
ຍົກລະດັບປະສິດທິພາບການເຮັດວຽກຂອງທ່ານ ໃນຊ່ວງໄລຍະການເຮັດວຽກຢູ່ທີ່ບ້ານ (Work from Home) ແບບນີ້ ໂດຍມາລົງມືທີ່ ຄຣາວ ພລາຊ່າ ວຽງຈັນ ທີ່ມີສິ່ງອຳນວຍຄວາມສະດວກທີ່ພ້ອມແກ່ການເຮັດວຽກເຕັມທີ່ ບໍ່ວ່າຈະເປັນສັນຍານອິນເຕີເນັດຄວາມໄວສູງ, ໂຕະຕັ່ງສຳລັບນັ່ງເຮັດວຽກທັນສະໄໝ, ການບໍລິການຕ່າງໆທີ່ເອື້ອອຳນວຍແກ່ການເຮັດຽກ ດັ່ງນັ້ນ ໝັ້ນໃຈໄດ້ເລີຍວ່າ ທ່ານຈະມີເວລາສຸມໃສ່ກັບວຽກງານຂອງທ່ານໄດ້ເຕັມປະສິດທິພາບຢ່າງແນ່ນອນ!
|
ສິດທິປະໂຫຍດ:
- ກຳນົດ 8 ໂມງເຊົ້າ - 6 ໂມງແລງ ຫຼື 10 ຊົ່ວໂມງໃນການເຂົ້າໃຊ້ຫ້ອງເຮັດວຽກ
- ບໍລິການກາເຟພ້ອມເຂົ້າໜົມຈາກ Elephant Lounge ຟຮີ ໜຶ່ງຄັ້ງ
- ສັນຍານອິນເຕີເນັດຄວາມໄວສູງ
- ສິດໃນການໃຊ້ໂທລະສັບໂທໄດ້ພາຍໃນປະເທດແບບບໍ່ອັ້ນ
- ນ້ຳດື່ມຟຣີເຕີມໄດ້ແບບບໍ່ອັ້ນ
- ສ່ວນຫຼຸດ 20% ສຳລັບບໍລິການອາຫານທ່ຽງທີ່ຮ້ານອາຫານ Mosaic ຫຼື 3 Merchants
|
ລາຄາ: 45 ໂດຣາຕໍ່ຫ້ອງສຳລັບ 1 ທ່ານ - ຫ້ອງປະເພດ Deluxe ແລະ 105 ໂດຣາຕໍ່ຫ້ອງສຳລັບ 1 ທ່ານ - ຫ້ອງປະເພດ Business
|
ຈອງໄດ້ເລີຍທັນທີທີ່ເບີ +856 21 908 888
|
ໂປຣແກຣມ IHG Way of Clean
ໃນຂະນະທີ່ໂລກໄດ້ປັບຕົວເຂົ້າກັບບັນທັດຖານ ແລະ ຄວາມຄາດຫວັງໃນດ້ານການເດີນທາງຮູບແບບໃໝ່, ທາງໂຮງແຮມ ແລະ ລີສອດໃນເຄືອ IHG ຈຶ່ງໄດ້ມີແບບແຜນທີ່ຈະຍົກລະດັບປະສົບການການພັກຜ່ອນຄັ້ງໃໝ່ໃຫ້ແກ່ບັນດາແຂກທີ່ເຂົ້າພັກ ຜ່ານຂະບວກການທຳຄວາມສະອາດທີ່ລະອຽດ ແລະ ອຳນວຍຄວາມສະດວກໃຫ້ແກ່ແຂກໃນທຸກໆດ້ານຕະຫຼອດການເຂົ້າພັກ ບໍ່ວ່າຈະເປັນ:
ການນຳໃຊ້ມາດຕະການຄວາມສະອາດຂັ້ນສູງສຸດຂອງ IHG Way of Clean
ການຮ່ວມມືກັບບໍລິສັດທີ່ຊ່ຽວຊານລະດັບແຖວໜ້າ ບໍ່ວ່າຈະເປັນ Cleveland Clinic, Ecolab ແລະ Diversey
ການເປີດໃຊ້ແຜນການ IHG Clean Promise ແບບສາກົນ
ບາດກ້າວການເດີນທາງໃນອະນາຄົດອາດມີຄວາມແຕກຕ່າງໄປຈາກກ່ອນ, ແຕ່ສິ່ງທີ່ບໍ່ເຄີຍປ່ຽນແປງເລີຍກໍ່ຄື ການບໍລິການທີ່ຈິງໃຈຈາກພວກເຮົາ ເຊິ່ງໄດ້ເລັງໃສ່ຄວາມປອດໄພ ແລະ ສຸຂະອານາໄມຕະຫຼອດການເຂົ້າພັກຂອງແຂກ.
|