Crowne Plaza Vientiane
ງານປະຊຸມ ແລະ ງານລ້ຽງ
ຢູ່ທີ່ ໂຮງແຮມຄຣາວພລາຊ່າ ວຽງຈັນ ພວກເຮົາເຂົ້າໃຈດີວ່າ ເມື່ອມີການຈັດງານໃດໜຶ່ງນັ້ນ ຄວາມສໍາເລັດຂອງທ່ານກໍ່ຄືໄຊຊະນະຂອງພວກເຮົາ.
ນັບຕັ້ງແຕ່ການປະຊຸມ ແລະ ການສໍາມະນາທາງທຸລະກິດ ໄປຈົນເຖິງ ງານລ້ຽງງານສັງສັນຕ່າງໆ ສິ່ງອໍານວຍຄວາມສະດວກຕ່າງໆທີ່ສາມາດປັບປ່ຽນໄດ້ຂອງພວກເຮົາ ແລະ ທີມງານຊຽວຊານໃນການຈັດປະຊຸມ ຄຣາວພລາຊ່າຂອງພວກເຮົາ ຈະຊ່ວຍແກ່ບັນຫາຢ່າງດີທີ່ສຸດ ເພື່ອຕອບໂຈດຄວາມຕ້ອງການຂອງທ່ານ ໄດ້ທຸກຮູບແບບ.
ຫ້ອງປະຊຸມໃຫຍ່ (Grand Ballroom) ຂອງ ໂຮງແຮມຄຣາວພລາຊ່າ ວຽງຈັນຂອງພວກເຮົາ ມີພື້ນທີ່ໃຊ້ສອຍເຖິງ 784 ຕາແມັດ ໄດ້ຮັບການອອກແບບມາເພື່ອຮອງຮັບຜູ້ເຂົ້າຮ່ວມງານໄດ້ເຖິງ 555 ຄົນ ໃນການຈັດງານແບບງານລ້ຽງ ຫຼື 1,012 ຄົນ ໃນການຈັດງານແບບໂຮງຮູບເງົາ.
ພວກເຮົາຍັງມີຫ້ອງປະຊຸມອະເນກປະສົງຈໍານວນ 6 ຫ້ອງ ໂດຍທີ່ 4 ຫ້ອງ ສາມາດທີ່ຈະລ່ວງຫາກັນໄດ້ ເພື່ອໃຫ້ມີພື້ນທີ່ໃຊ້ສອຍທີ່ກວ້າງຂຶ້ນ ເຮັດໃຫ້ສາມາດປັບປ່ຽນ ເພື່ອຕອບໂຈດທຸກຄວາມຕ້ອງການໃນການຈັດງານຂອງທ່ານ.
ຫ້ອງປະຊຸມຂອງພວກເຮົາທຸກຫ້ອງ ມີສິ່ງອໍານວຍຄວາມສະດວກຕ່າງໆທີ່ໃໝ່ຫຼ້າສຸດ ລວມເຖິງ ອິນເຕີເນັດໄຮ້ສາຍຄວາມໄວສູງ ການຄວບຄຸມອຸນຫະພູມແບບແຍກເປັນເອກະລາດ ແລະ ການຕົບແຕ່ງທີ່ຫຼູຫຼາ.
ສໍາລັບການຈັດງານກາງແຈ້ງ ພື້ນທີ່ສະລອຍນໍ້າ ແລະ ລານເບຍຂອງພວກເຮົາຖືເປັນສະຖານທີ່ໆເໝາະສົມເປັນຢ່າງຍິ່ງ.
ບໍ່ວ່າທ່ານຈະຕ້ອງການຈັດງານໃນຮູບແບບໃດ ພວກເຮົາມີຄຳຕອບທີ່ເໝາະສົມສໍາລັບທ່ານສະເໝີ.
ສິ່ງອໍານວຍຄວາມສະດວກຕ່າງໆທີ່ສາມາດປັບປ່ຽນໃຫ້ເໝາະສົມກັບທຸກໂອກາດ
ຫ້ອງປະຊຸມໃຫຍ່ (Grand Ballroom) ຂອງ ໂຮງແຮມຄຣາວພລາຊ່າ ວຽງຈັນ ໃຫ້ການບໍລິການ ແລະ ຄວາມຫຼູຫຼາໃນລະດັບທີ່ບໍ່ເຄີຍມີມາກ່ອນ ສໍາລັບການຈັດງານຂະໜາດໃຫຍ່ຕ່າງໆ. ຕັ້ງຢູ່ຊັ້ນສອງຂອງໂຮງແຮມ ຫ້ອງດັ່ງກ່າວນີ້ມີພື້ນທີ່ສຳລັບກະກຽມການຈັດງານສະເພາະ ແລະ ສາມາດຮອງຮັບແຂກໄດ້ເຖິງ 1,012 ຄົນ ໃນການຈັດບ່ອນນັ່ງແບບໂຮງຮູບເງົາ ຫຼື 555 ຄົນ ໃນການຈັດບ່ອນນັ່ງແບບງານລ້ຽງ. ຫ້ອງປະຊຸມໃຫຍ່ແຫ່ງນີ້ຍັງສາມາດແບ່ງອອກເປັນສາມຫ້ອງໃຊ້ສອຍຂະໜາດນ້ອຍໄດ້ ເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງທ່ານ.
ໂຮງແຮມຍັງມີອີກຫົກພື້ນທີ່ຍ່ອຍໃນການຈັດງານຢູ່ຊັ້ນລຸ່ມ ເໝາະທີ່ຈະໃຊ້ເປັນຫ້ອງປະຊຸມຍ່ອຍ ແລະ ຫ້ອງປະຊຸມຂະໜາດນ້ອຍ ແລະ ໂຮງແຮມມີບ່ອນນັ່ງຫຼາຍແບບໃຫ້ເລືອກ ເພື່ອໃຫ້ແທດເໝາະກັບທຸກຄວາມຕ້ອງການໃນການຈັດປະຊຸມ ຫຼື ການຈັດງານຕ່າງໆຂອງທ່ານ.
ທຸກໜ້າທີ່ການໃຊ້ງານ ແລະ ຫ້ອງປະຊຸມທັງໝົດຂອງພວກເຮົາ ແມ່ນໄດ້ມີການຕິດຕັ້ງອຸປະກອນທັງພາບ ແລະ ສຽງທີ່ທັນສະໄໝຢ່າງຄົບຊຸດ ລວມທັງ ອິນເຕີເນັດ WiFi ທີ່ໄວທີ່ສຸດໃນນະຄອນຫຼວງວຽງຈັນ ແລະ ສະຖານທີ່ຈອດລົດໃນຮົ່ມ.
ທີມງານຝ່າຍບໍລິການຫ້ອງປະຊຸມຂອງ ໂຮງແຮມຄຣາວພລາຊ່າ ວຽງຈັນ ຈະຊ່ວຍໃຫ້ການວາງແຜນຂອງທ່ານ ປັດສະຈາກຄວາມຕຶງຄຽດ.
ພວກເຮົາຕ້ອງການເຮັດໃຫ້ການຈັດງານຕ່າງໆເປັນເລື່ອງທີ່ງ່າຍຂຶ້ນສໍາລັບທ່ານ. ໂຮງແຮມຄຣາວພລາຊ່າ ວຽງຈັນ ຈຶ່ງໄດ້ແຕ່ງຕັ້ງຜູ້ອຳນວຍການຫ້ອງປະຊຸມ (Crowne Meeting Director) ຂອງ ໂຮງແຮມຄຣາວພລາຊ່າ ເປັນການສະເພາະ ເພື່ອເປັນຈຸດຕິດຕໍ່ປະສານງານບ່ອນດຽວສຳລັບທ່ານ ເຊິ່ງຈະຄອຍໃຫ້ບໍລິການທີ່ມີຄວາມແນ່ນອນ ແລະ ເປັນສ່ວນຕົວ ເພື່ອຮັບປະກັນຄວາມສຳເລັດໃນການຈັດງານຕ່າງໆຂອງທ່ານ.
ພວກເຮົາໃຫ້ຄຳຕອບພາຍໃນສອງຊົ່ວໂມງ ສຳລັບທຸກການສອບຖາມຂໍ້ມູນກ່ຽວກັບການກະກຽມງານທັງໝົດ ໝາຍຄວາມວ່າທ່ານຈະໄດ້ຮັບຂໍ້ມູນລາຍລະອຽດຢ່າງວ່ອງໄວ ແລະ ທີມງານຂອງພວກເຮົາຈະສົ່ງຂໍ້ສະເໜີທີ່ຄົບຖ້ວນໃຫ້ແກ່ທ່ານ ພາຍໃນໜຶ່ງວັນລັດຖະການ ນັບແຕ່ວັນທີ່ທ່ານສອບຖາມມາ.
ການໃຫ້ຄວາມຊ່ວຍເຫຼືອຢູ່ໃນສະຖານທີ່ຈັດງານຂອງທ່ານຕະຫຼອດເວລາ ເຮັດໃຫ້ໝັ້ນໃຈໄດ້ວ່າ ທຸກໆຢ່າງຈະເດີນແມ່ນແລ່ນສະດວກ ແລະ ຂໍ້ມູນສະຫຼຸບຄ່າໃຊ້ຈ່າຍປະຈຳວັນທີ່ສະໜອງໃຫ້ແກ່ທ່ານຫຼັງສິ້ນສຸດງານໃນແຕ່ລະມື້ ຈະຊ່ວຍໃຫ້ທ່ານສາມາດຄວບຄຸມຄ່າໃຊ້ຈ່າຍໄດ້ຢ່າງມີປະສິດທິພາບ.
ຢູ່ທີ່ ໂຮງແຮມຄຣາວພລາຊ່າ ວຽງຈັນ ທຸລະກິດຂອງທ່ານຄືພາລະກິດຂອງພວກເຮົາ.
4 ເຫດຜົນຫຼັກທີ່ທ່ານຄວນຈັດງານຕ່າງໆທີ່ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ
CROWNE PLAZA® MEETINGS DIRECTOR
ນີ້ແມ່ນຜູ້ຕິດຕໍ່ປະສານງານສະເພາະສໍາລັບການຈັດງານທັງໝົດຂອງທ່ານ. ພວກເຮົາຈະເປັນຜູ້ຈັດການກັບລາຍລະອຽດຕ່າງໆເພື່ອໃຫ້ທ່ານສາມາດເນັ້ນໃສ່ພາບລວມຫຼັກໆຂອງງານໄດ້.
TWO-HOUR RESPONSE GUARANTEE ON RFP’S
ພາຍໃນເວລາສອງຊົ່ວໂມງ ພວກເຮົາຈະໃຫ້ຄຳຕອບຕໍ່ຄໍາສະເໜີຂອງທ່ານ ບໍ່ວ່າຈະເປັນຂໍ້ມູນດ້ານພື້ນທີ່ຈັດງານ, ລາຄາ ແລະ ວັນທີ່ພ້ອມໃຫ້ບໍລິການ.
DAILY MEETINGS DEBRIEF
ທ່ານຈະໄດ້ຮັບລາຍການຄ່າໃຊ້ຈ່າຍປະຈໍາວັນທີ່ແຍກເປັນລາຍການ ເຮັດໃຫ້ທ່ານສາມາດທີ່ຈະບໍລິຫານງົບປະມານຂອງທ່ານໄດ້ຢ່າງມີປະສິດທິພາບໃນເວລາຈິງ.
MEETINGS SERVICE EXCELLENCE
ຄຸນນະພາບ ແລະ ການບໍລິການທີ່ຖືກໄວ້ວາງໃຈໂດຍນັກຈັດກອງປະຊຸມ ແລະ ງານຕ່າງໆ.
ສອບຖາມຂໍ້ມູນການຈັດປະຊຸມ ແລະ ງານລ້ຽງ
ກະລຸນາຕື່ມແບບຟອມດັ່ງລຸ່ມນີ້ແລະທີມງານປະຊຸມຂອງພວກເຮົາຈະຕິດຕໍ່ຫາທ່ານ ຫຼື ທ່ານສາມາດຕິດຕໍ່ຫາພວກເຮົາທີ່ [Hotel_phone] ຫຼື ອີເມລ໌ ກະລຸນາຕື່ມແບບຟອມດັ່ງລຸ່ມນີ້ແລະທີມງານປະຊຸມຂອງພວກເຮົາຈະຕິດຕໍ່ຫາທ່ານ ຫຼື ທ່ານສາມາດຕິດຕໍ່ຫາພວກເຮົາທີ່ 856-21-908888 ຫຼື ອີເມລ໌ souknapha.singrajphak@ihg.com