ແພັກເກັດ Leisure Escape
ເປີດໃຫ້ບໍລິການແລ້ວ
ພັກຜ່ອນສຸດຄຸ້ມ ທີ່ ຄຣາວ ພລາຊ່າ ວຽງຈັນ ຢ່າງເຕັມທີ່ໃນມາດຕະຖານສາກົນ ລະດັບ 5 ດາວ ທີ່ດີທີ່ສຸດໃນວຽງຈັນ ກັບແພັກເກັດພັກຜ່ອນສຸດຄຸ້ມ Leisure Escape. ເພີດເພີນໄປກັບເຄື່ອງດື່ມຄອກເທວ ແລະ ບຸບເຟ່ອາຫານເຊົ້າແບບສາກົນ ສຳລັບ 2 ທ່ານ ທີ່ຫ້ອງອາຫານ ແບບຕະຫຼາດ - Mosaic, ບ່ອນທີ່ອາຫານຖືກປຸງແຕ່ງສົດໆພ້ອມດ້ວຍທັກສະການສະແດງທີ່ຕື່ນຕາ.
ສະຖານທີ່ຕັ້ງຢູ່ໃຈກາງເມືອງ, ເພີດເພີນໄປກັບການເຂົ້າເຖິງສະຖານທີ່ມີຄວາມໝາຍທາງວັດທະນະທຳຢູ່ຕາມຕົວເມືອງ, ສູນການຄ້າຕ່າງໆ ແລະ ທັດສະນິຍະພາບຕາມແຄມແມ່ນ້ຳຂອງ, ບ່ອນທີ່ທ່ານຈະໄດ້ພົບກັບຕະຫຼາດມືດ, ອາຫານແຄມທາງ ແລະ ບັນຍາກາດກາງຄືນທີ່ໜ້າຕື່ນເຕັ້ນ.
ລາຍລະອຽດ:
- ທີ່ພັກຫຼູ.
- ຄອກເທວ ສຳລັບ 2 ທ່ານທີ່ Elephant Lounge.
- ອາຫານເຊົ້າແບບບຸບເຟທຸກມື້ ສຳລັບ 2 ທ່ານ ທີ່ຫ້ອງອາຫານ Mosaic.
- check-out ໄດ້ຮອດ 14:00 ໂມງ ສຳລັບສະມາຊິກ IHG One Rewards - ຂຶ້ນກັບຄວາມພ້ອມໃນການບໍລິການ.
|
ກຳນົດການເຂົ້າພັກຂັ້ນຕ່ຳ 2 ຄືນ.
|
ຈອງກັບເຮົາໂດຍກົງເພື່ອໄດ້ລາຄາທີ່ດີທີ່ສຸດ!
|
|
|
ເປັນຫຍັງ ຄຣາວ ພລາຊ່າ ວຽງຈັນ ຈຶ່ງເໝາະແກ່ການເຂົ້າພັກ:
ບໍ່ວ່າຈະເປັນ ທຸລະກິດ ຫຼື ການພັກຜ່ອນ, ຄຣາວ ພລາຊ່າ ວຽງຈັນ ລ້ວນມີຄວາມຕັ້ງໃຈທີ່ຈະຕອບສະໜອງທຸກໆຄວາມຕ້ອງການຂອງແຂກທຸກທ່ານຢ່າງເຖິງທີ່ສຸດ.
|
1. ໂປຣແກຣມ IHG Way of Clean
ໃນຂະນະທີ່ໂລກໄດ້ປັບຕົວເຂົ້າກັບບັນທັດຖານ ແລະ ຄວາມຄາດຫວັງໃນດ້ານການເດີນທາງຮູບແບບໃໝ່, ທາງໂຮງແຮມ ແລະ ລີສອດໃນເຄືອ IHG ຈຶ່ງໄດ້ມີແບບແຜນທີ່ຈະຍົກລະດັບປະສົບການການພັກຜ່ອນຄັ້ງໃໝ່ໃຫ້ແກ່ບັນດາແຂກທີ່ເຂົ້າພັກ ຜ່ານຂະບວກການທຳຄວາມສະອາດທີ່ລະອຽດ ແລະ ອຳນວຍຄວາມສະດວກໃຫ້ແກ່ແຂກໃນທຸກໆດ້ານຕະຫຼອດການເຂົ້າພັກ ບໍ່ວ່າຈະເປັນ:
ການຮ່ວມມືກັບບໍລິສັດທີ່ຊ່ຽວຊານລະດັບແຖວໜ້າ ບໍ່ວ່າຈະເປັນ Cleveland Clinic, Ecolab ແລະ Diversey
ການເປີດໃຊ້ແຜນການ IHG Clean Promise ແບບສາກົນ
ບາດກ້າວການເດີນທາງໃນອະນາຄົດອາດມີຄວາມແຕກຕ່າງໄປຈາກກ່ອນ, ແຕ່ສິ່ງທີ່ບໍ່ເຄີຍປ່ຽນແປງເລີຍກໍ່ຄື ການບໍລິການທີ່ຈິງໃຈຈາກພວກເຮົາ ເຊິ່ງໄດ້ເລັງໃສ່ຄວາມປອດໄພ ແລະ ສຸຂະອານາໄມຕະຫຼອດການເຂົ້າພັກຂອງແຂກ.
|
2.ຄວາມຫຼູຫຼາ
ດ້ວຍຄວາມເອົາໃຈໃສ່ໃນທຸກລາຍລະອຽດ. ຕັ້ງແຕ່ໝອນທີ່ໃຊ້ໝູນໃນທຸກໆຫ້ອງພັກ ທີ່ພວກເຮົາໄດ້ຈັດຫາໝອນໃຫ້ເລືອກໃນຫຼາຍໆແບບທີ່ມີຄຸນນະສົມບັດແຕກຕ່າງກັນ, ຫຼືຈະເປັນບໍລິການສ໌ປາທີ່ສາມາດຜ່ອນຄາຍໄປກັບທຣິດເມັ້ນທີ່ມີປະສິດທິພາບສູງດູແລໂດຍທີມງານມືອາຊີບຂອງພວກເຮົາ, ລວມໄປເຖິງຢີມທີ່ມີອຸປະກອນຫັດກາຍຄົບວົງຈອນທີ່ຖ້າທ່ານຢູ່.
|
3.ຄວາມເປັນມືອາຊີບ
ດ້ວຍສັນຍານອິນເຕີເນັດຄວາມໄວສູງໃນລະດັບແຖວໜ້າໃນວຽງຈັນ ໄປຈົນເຖິງການບໍລິການສຳລັບການທຸລະກິດທີ່ມີຄວາມຢືດຢຸ່ນເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງທ່ານ ດັ່ງນັ້ນ ພວກເຮົາເອົາໃຈໃສ່ໃນການບໍລິການ ເພື່ອໃຫ້ໝັ້ນໃຈວ່າ ທ່ານໄດ້ຮັບຄວາມເພິ່ງພໍໃຈຕະຫຼອດໄລຍະການເຂົ້າພັກກັບພວກເຮົາ.
|
4.ຄວາມມີໄມຕີຈິດ
ດ້ວຍການຕ້ອນຮັບທີ່ອົບອຸ່ນ ແລະ ເປັນກັນເອງ ພວກເຮົາຫວັງເປັນຢ່າງຍິ່ງວ່າທ່ານຈະໄດ້ຮັບຄວາມປະທັບໃຈໃນທຸກໆກ້າວຂອງການເຂົ້າພັກໃນໂຮງແຮມເຮົາ ແລະ ທີມງານຂອງພວກເຮົາພ້ອມທີ່ຈະດູແລທ່ານຢູ່ສະເໜີ.
|
5.ອາຫານການກິນ
ດ້ວຍ fusion food ທ່າມກາງບັນຍາກາດຮ່ວມສະໄໝທີ່ຮ້ານອາຫານ 3 Merchants, ອາຫານຕາເວັນຕົກທີ່ຮ້ານອາຫານໂມເສກ, ຄອກເທວ ແລະ ອາຫານເບົາຢູ່ຮ້ານໃກ້ສະລອຍນ້ຳ, ເຄັກ ແລະ ເຄື່ອງດື່ມທີ່ Elephant Lounge, ຫຼືຈະເປັນອາຫານເຊົ້າສຸດພິເສດທີ່ຈະເຮັດໃຫ້ທ່ານປະທັບໃຈຢ່າງບໍ່ມີວັນລືມ.
|
6.ສິ່ງອຳນວຍຄວາມສະດວກຕ່າງໆ
ບໍ່ວ່າທ່ານຕ້ອງການຢາກຈະລອຍນ້ຳ, ຜ່ອນຄາຍດ້ວຍການນວດ, ຊິວໄປກັບຊາວໜ້າ ຫຼື ແຊ່ບໍ່ນ້ຳອຸ່ນ, ກິນອາຫານລົດຟິນ, ອອກກຳລັງກາຍຢູ່ໃນຢີມທີ່ມີຄຸນນະພາບ, ຈັດງານປະຊຸມແບບມືອາຊີບ ຫຼື ສັງສັນກັບໝູ່ເພື່ອນ, ທັງໝົດນີ້ ຄຣາວ ພລາຊ່າ ວຽງຈັນ ມີໄວ້ໃຫ້ທ່ານແລ້ວ.
ພວກເຮົາພ້ອມທີ່ຈະຕ້ອນຮັບທ່ານຢູ່ສະເໝີ.
|
|