Crowne Plaza Vientiane

Jetsetter Package

Special Room Offer

Jetsetter Package

|

English

|

ຈອງທີ່ພັກທີ່ໜ້າຈົດຈຳໃນນະຄອນຫຼວງວຽງຈັນກັບແພັກເກັດ ເຈັດເຊັດເຕີ ຂອງພວກເຮົາ. ເພີດເພີນໄປກັບຊ່ວງເວລາດ້ວຍການເຂົ້າເຖິງສິດທິພິເສດຕ່າງໆ ລວມໄປເຖິງສ່ວນຫຼຸດ 20% ສຳລັບທຸກຮ້ານອາຫານ ແລະ ບາຣ ພາຍໃນໂຮງແຮມ, ກຳນົດ check-out ໄດ້ຈົນຮອດ 2 ໂມງສວາຍ, ແລະ ສິດໃນການນຳໃຊ້ Executive Club Lounge ພ້ອມກັບສິດປະໂຫຍດຕ່າງໆທີ່ລວມໄປເຖິງ ປະສົບການ check-in ແບບສ່ວນຕົວ ໄປຈົນເຖິງ ກິດຈະກຳການດື່ມນ້ຳຊາໃນຕອນບ່າຍ, ການດື່ມເຄື່ອງດື່ມໃນຍາມແລງ, ການນຳໃຊ້ຫ້ອງປະຊຸມ ແລະ ອື່ນໆອີກຫຼາຍລາຍການ. 

|

ສິດທິປະໂຫຍດສຳລັບແພັກເກັດນີ້ລວມມີ:

• ທີ່ພັກທີ່ຫຼູຫຼາ.

• ການເຂົ້ເຖິງ ແລະ ສິດປະໂຫຍດໃນການນຳໃຊ້ ຄຣັບ.

• ສ່ວນຫຼຸດ 20% ສຳລັບທຸກຮ້ານອາຫານ ແລະ ບາຣພາຍໃນໂຮງແຮມ .

• ກຳນົດ check-out ໄດ້ຈົນຮອດ 2 ໂມງສວາຍ - ຂຶ້ນກັບຄວາມສາມາດໃນການບໍລິການໃນຂະນະນັ້ນ.

|

ຈອງຕອນນີ້

 |

ຮັບຊົມຫ້ອງໄດ້ແບບ 360 ອົງສາ

|

ເປັນຫຍັງ ຄຣາວ ພລາຊ່າ ວຽງຈັນ ຈຶ່ງເໝາະແກ່ການເຂົ້າພັກ:

ບໍ່ວ່າຈະເປັນ ທຸລະກິດ ຫຼື ການພັກຜ່ອນ, ຄຣາວ ພລາຊ່າ ວຽງຈັນ ລ້ວນມີຄວາມຕັ້ງໃຈທີ່ຈະຕອບສະໜອງທຸກໆຄວາມຕ້ອງການຂອງແຂກທຸກທ່ານຢ່າງເຖິງທີ່ສຸດ.

|

1. ໂປຣແກຣມ IHG Way of Clean

ໃນຂະນະທີ່ໂລກໄດ້ປັບຕົວເຂົ້າກັບບັນທັດຖານ ແລະ ຄວາມຄາດຫວັງໃນດ້ານການເດີນທາງຮູບແບບໃໝ່, ທາງໂຮງແຮມ ແລະ ລີສອດໃນເຄືອ IHG ຈຶ່ງໄດ້ມີແບບແຜນທີ່ຈະຍົກລະດັບປະສົບການການພັກຜ່ອນຄັ້ງໃໝ່ໃຫ້ແກ່ບັນດາແຂກທີ່ເຂົ້າພັກ ຜ່ານຂະບວກການທຳຄວາມສະອາດທີ່ລະອຽດ ແລະ ອຳນວຍຄວາມສະດວກໃຫ້ແກ່ແຂກໃນທຸກໆດ້ານຕະຫຼອດການເຂົ້າພັກ ບໍ່ວ່າຈະເປັນ:

ການນຳໃຊ້ມາດຕະການຄວາມສະອາດຂັ້ນສູງສຸດຂອງ IHG Way of Clean

ການຮ່ວມມືກັບບໍລິສັດທີ່ຊ່ຽວຊານລະດັບແຖວໜ້າ ບໍ່ວ່າຈະເປັນ  Cleveland ClinicEcolab ແລະ Diversey

ການເປີດໃຊ້ແຜນການ IHG Clean Promise ແບບສາກົນ

ບາດກ້າວການເດີນທາງໃນອະນາຄົດອາດມີຄວາມແຕກຕ່າງໄປຈາກກ່ອນ, ແຕ່ສິ່ງທີ່ບໍ່ເຄີຍປ່ຽນແປງເລີຍກໍ່ຄື ການບໍລິການທີ່ຈິງໃຈຈາກພວກເຮົາ ເຊິ່ງໄດ້ເລັງໃສ່ຄວາມປອດໄພ ແລະ ສຸຂະອານາໄມຕະຫຼອດການເຂົ້າພັກຂອງແຂກ.

|

2.ຄວາມຫຼູຫຼາ

ດ້ວຍຄວາມເອົາໃຈໃສ່ໃນທຸກລາຍລະອຽດ. ຕັ້ງແຕ່ໝອນທີ່ໃຊ້ໝູນໃນທຸກໆຫ້ອງພັກ ທີ່ພວກເຮົາໄດ້ຈັດຫາໝອນໃຫ້ເລືອກໃນຫຼາຍໆແບບທີ່ມີຄຸນນະສົມບັດແຕກຕ່າງກັນ, ຫຼືຈະເປັນບໍລິການສ໌ປາທີ່ສາມາດຜ່ອນຄາຍໄປກັບທຣິດເມັ້ນທີ່ມີປະສິດທິພາບສູງດູແລໂດຍທີມງານມືອາຊີບຂອງພວກເຮົາ, ລວມໄປເຖິງຢີມທີ່ມີອຸປະກອນຫັດກາຍຄົບວົງຈອນທີ່ຖ້າທ່ານຢູ່.

|

3.ຄວາມເປັນມືອາຊີບ

ດ້ວຍສັນຍານອິນເຕີເນັດຄວາມໄວສູງໃນລະດັບແຖວໜ້າໃນວຽງຈັນ ໄປຈົນເຖິງການບໍລິການສຳລັບການທຸລະກິດທີ່ມີຄວາມຢືດຢຸ່ນເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງທ່ານ ດັ່ງນັ້ນ ພວກເຮົາເອົາໃຈໃສ່ໃນການບໍລິການ ເພື່ອໃຫ້ໝັ້ນໃຈວ່າ ທ່ານໄດ້ຮັບຄວາມເພິ່ງພໍໃຈຕະຫຼອດໄລຍະການເຂົ້າພັກກັບພວກເຮົາ.

|

 

4.ຄວາມມີໄມຕີຈິດ

ດ້ວຍການຕ້ອນຮັບທີ່ອົບອຸ່ນ ແລະ ເປັນກັນເອງ ພວກເຮົາຫວັງເປັນຢ່າງຍິ່ງວ່າທ່ານຈະໄດ້ຮັບຄວາມປະທັບໃຈໃນທຸກໆກ້າວຂອງການເຂົ້າພັກໃນໂຮງແຮມເຮົາ ແລະ ທີມງານຂອງພວກເຮົາພ້ອມທີ່ຈະດູແລທ່ານຢູ່ສະເໜີ.

|

5.ອາຫານການກິນ

ດ້ວຍ fusion food ທ່າມກາງບັນຍາກາດຮ່ວມສະໄໝທີ່ຮ້ານອາຫານ  3 Merchants, ອາຫານຕາເວັນຕົກທີ່ຮ້ານອາຫານໂມເສກ, ຄອກເທວ ແລະ ອາຫານເບົາຢູ່ຮ້ານໃກ້ສະລອຍນ້ຳ, ເຄັກ ແລະ ເຄື່ອງດື່ມທີ່ Elephant Lounge, ຫຼືຈະເປັນອາຫານເຊົ້າສຸດພິເສດທີ່ຈະເຮັດໃຫ້ທ່ານປະທັບໃຈຢ່າງບໍ່ມີວັນລືມ.

|

 

6.ສິ່ງອຳນວຍຄວາມສະດວກຕ່າງໆ

ບໍ່ວ່າທ່ານຕ້ອງການຢາກຈະລອຍນ້ຳ, ຜ່ອນຄາຍດ້ວຍການນວດ, ຊິວໄປກັບຊາວໜ້າ ຫຼື ແຊ່ບໍ່ນ້ຳອຸ່ນ, ກິນອາຫານລົດຟິນ, ອອກກຳລັງກາຍຢູ່ໃນຢີມທີ່ມີຄຸນນະພາບ, ຈັດງານປະຊຸມແບບມືອາຊີບ ຫຼື ສັງສັນກັບໝູ່ເພື່ອນ, ທັງໝົດນີ້ ຄຣາວ ພລາຊ່າ ວຽງຈັນ ມີໄວ້ໃຫ້ທ່ານແລ້ວ.

ພວກເຮົາພ້ອມທີ່ຈະຕ້ອນຮັບທ່ານຢູ່ສະເໝີ.

|

ຈອງເລີຍຕອນນີ້

 |

ຄ່າບໍລິການ:

ຄ່າບໍລິການ 11% ຕໍ່ຄືນ ຈະບໍ່ລວມໃນລາຄາຫ້ອງພັກ ໂດຍມີຜົນຕັ້ງແຕ່ວັນທີ 13 ສິງຫາ 2021 ຈົນເຖິງ ວັນທີ 14 ສິງຫາ 2021

ຄ່າອາກອນ:

ຄ່າອາກອນ 11% ຕໍ່ຄືນ ຈະບໍ່ລວມໃນລາຄາຫ້ອງພັກ ໂດຍມີຜົນຕັ້ງແຕ່ວັນທີ 13 ສິງຫາ 2021 ຈົນເຖິງ ວັນທີ 14 ສິງຫາ 2021

ລາຄາດັ່ງກ່າວຈະລວມມີຄ່າບໍລິການ 10% ແລະ ຄ່າອາກອນ 10%. ແລະ ເນື່ອງຈາກທາງເຮົາຕ້ອງການໃຫ້ແນ່ໃຈວ່າຄຸນນະພາບ ແລະ ຄວາມສະດວກໃນການເຂົ້າພັກຂອງທ່ານຍັງຢູ່ໃນມາດຕະຖານທີ່ດີ ເຮົາຈຶ່ງໄດ້ຈັດສັນຫ້ອງທີ່ຮອງຮັບສຳລັບການຈັດຕຽງເສີມທັງໝົດ. ດັ່ງນັ້ນ ການຈອງຫ້ອງພັກສຳລັບຜູ້ເຂົ້າພັກທ່ານທີສາມຈະບໍ່ສາມາດແຈ້ງລ່ວງໜ້າຜ່ານທາງອອນໄລນ໌ໄດ້. ເພື່ອຈອງໃຫ້ກັບຜູ້ເຂົ້າພັກທ່ານທີສາມ ແມ່ນຈະຕ້ອງຈອງຜ່ານທີມງານຈອງຫ້ອງພັກຂອງໂຮງແຮມໂດຍກົງຜ່ານ ອີເມລ vientiane.Reservation@ihg.com. ຕຽງເສີມແມ່ນຈະກຽມພ້ອມທັນທີທີ່ມີການຮ້ອງຂໍ ເຊິ່ງຈະມີຄ່າໃຊ້ຈ່າຍເພີ່ມຕື່ມຈຳນວນ $50 ຕໍ່ຄືນ ສຳລັບທັງເດັກນ້ອຍ ແລະ ຜູ້ໃຫຍ່.

ຈຳນວນແຂກທີ່ອະນຸຍາດໃຫ້ສາມາດເຂົ້າພັກໄດ້ຕໍ່ 1 ຫ້ອງພັກ: ສູງສຸດ 2 ທ່ານ

|

ໂມງລົງທະບຽນເຂົ້າອອກ

ລົງທະບຽນເຂົ້າພັກ 3:00 PM

ລົງທະບຽນອອກ 12:00 PM

|

ນະໂຍບາຍການຍົກເລີກ

ສາມາດຍົກເລີກການຈອງໄດ້ກ່ອນເວລາ 6:00 PM ເຊິ່ງເປັນໜຶ່ງມື້ກ່ອນໜ້າມື້ທີ່ມາລົງທະບຽນເຂົ້າພັກ. ການຍົກເລີກການຈອງຫຼັງເວລາ 6:00 PM ໃນວັນທີ່ລົງທະບຽນເຂົ້າພັກ ຫຼື ບໍ່ມີການສະແດງຕົວ, ທາງເຮົາຈະໄດ້ຮຽກເກັບຄ່າໃຊ້ຈ່າຍ ສຳລັບ 1 ຄືນຕໍ່ຫ້ອງພັກຈາກບັດເຄຣດິດຂອງທ່ານ ຫຼື ວິທີການຊຳລະເງິນແບບອື່ນທີ່ຮັບປະກັນ. ອາດຈະມີການເກັບຄ່າອາກອນ ຫາກບໍ່ມີການໂທແຈ້ງ ຫຼື ສະແດງຕົວກ່ອນລົງທະບຽນອອກ ຈາກຄືນທຳອິດຂອງການຈອງ ເຊິ່ງຈະສົ່ງຜົນໃຫ້ການຈອງສ່ວນທີ່ເຫຼືອຂອງທ່ານຖືກຍົກເລີກ.

|

ຈອງຕອນນີ້

 |