Crowne Plaza Vientiane
ຮັບສ່ວນຫຼຸດ 20% ເມື່ອຈັດງານປະຊຸມ ພ້ອມສິດປະໂຫຍດທີ່ຫຼາກຫຼາຍ
ຈັດງານປະຊຸມ ແລະ ງານພົບປະຂະໜາດຍ່ອມ ດ້ວຍຄວາມໝັ້ນໃຈທີ່ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ກັບມາດຕະການຮັກສາຄວາມສະອາດ ແລະ ຄວາມປອດໄພຂັ້ນສູງ ພ້ອມກັນນັ້ນ ຍັງຮັບສ່ວນຫຼຸດເຖິງ 20% ແລະ ສິດທິປະໂຫຍດຢ່າງຫຼາກຫຼາຍ ຈົນເຖິງວັນທີ 31 ກໍລະກົດ 2021 ນີ້ເທົ່ານັ້ນ.
|
• ຮັບສ່ວນຫຼຸດພິເສດ 20% ສຳລັບຈັດງານປະຊຸມດ້ວຍແພັກເກັດເຕັມມື້ ພ້ອມອາຫານວ່າງຄັອມຟີ້ເບຣກ 2 ຄາບ ແລະ ອາຫານທ່ຽງໜຶ່ງຄາບ
• ສາມາດປັບປ່ຽນ ແລະ ແກ້ໄຂວັນທີທີ່ຈອງໄວ້ສຳລັບຈັດງານ
• ບັນດາຜູ້ຮັບຜິດຊອບດ້ານການຈອງຈະໄດ້ຮັບຄະແນນ IHG® Business Rewards ເພື່ອສະສົມແລກລາງວັນ
• ຈໍ LCD ແລະ ໂປຣເຈັກເຕີ້ຟຣີ 1 ເຊັດ
• ມີທີມງານຮັບຜິດຊອບສະເພາະທີ່ຄອຍໃຫ້ຄວາມຊ່ວຍເຫຼືອ ແລະ ຄຳປຶກສາໄດ້ຕະຫຼອດເວລາ
• ສັນຍານ WIFI ອິນເຕີເນັດຄວາມໄວສູງ
• ຮັບສ່ວນຫຼຸດ 50% ສຳລັບຈັດງານປະຊຸມຜ່ານລະບົບ video conferencing
|
ມາດຕະການ IHG Clean Promise:
ທາງເຮົາມີຄວາມມຸ່ງໝັ້ນທີ່ຈະຮັກສາຄວາມສະອາດໃຫ້ຄົງໄວ້ໃນລະດັບສູງສຸດ ສະນັ້ນທ່ານ ແລະ ຜູ້ເຂົ້າຮ່ວມງ່ານທຸກຄົນ ຈົ່ງໝັ້ນໃຈວ່າຈະໄດ້ ຮັບປະສົບການການຈັດງານພາຍໃນໂຮງແຮມຂອງພວກເຮົາທີ່ປອດໄພຢ່າງແນ່ນອນ.
|
ຂໍ້ກຳນົດ ແລະ ເງື່ອນໄຂ.
• ຂໍ້ສະເໜີດັ່ງກ່າວບໍ່ສາມາດນຳໄປໃຊ້ຮ່ວມກັນກັບຂໍ້ສະເໜີ ຫຼື ໂປຮໂມ່ຊັ່ນອື່ນໄດ້.
• ຕ້ອງມີແຂກຜູ້ເຂົ້າຮ່ວມພາຍໃນງານຢ່າງຕ່ຳ 30 ທ່ານ.
• ບໍ່ວ່າຈະເປັນແພັກເກັດງານປະຊຸມເຄິ່ງມື້ ຫຼື ເຕັມມື້ກໍ່ສາມາດໃຊ້ບໍລິການອາຫານທ່ຽງໄດ້
• ອຸປະກອນເຄື່ອງສຽງ ແມ່ນຂຶ້ນຢູ່ກັບຄວາມພ້ອມໃນການໃຫ້ບໍລິການ
• ທາງໂຮງແຮມຂໍສະຫງວນສິດໃນການປັບປ່ຽນ ຫຼື ແກ້ໄຂຂໍ້ສະເໜີດັ່ງກ່າວໂດຍອາດບໍ່ໄດ້ແຈ້ງການໄວ້.
|
ໂຄງການ Green Initiative:
ໂຄງການດັ່ງກ່າວ ຖືເປັນໂຄງການໄລຍະຍາວຂອງ ໂຮມແຮມ ຄຣາວ ພລາຊ່າ ວຽງຈັນ ທີ່ມີເປົ້າໝາຍໃນການຮັກສິ່ງແວດລ້ອມໂດຍເລີ່ມຈາກການຫຼຸດຜ່ອນພາຊະນະ ຫຼື ວັດສະດຸທີ່ເປັນພລາສ໌ຕິກພາຍໃນໂຮງແຮມ. ດ້ວຍເຫດນີ້, ທາງເຮົາຈຶ່ງເລີ່ມຫັນປ່ຽນມານຳໃຊ້ຂວດແກ້ວໃນພື້ນທີ່ຫ້ອງປະຊຸມແທນ ແລະ ໃນຖານະທີ່ທ່ານເປັນລູກຄ້າ ຫຼື ແຂກຜູ້ເຂົ້າຮ່ວມໃນງານ ກໍ່ຈະເປັນສ່ວນໜຶ່ງໃນການຫຼຸດຜ່ອນສິ່ງເສດເຫຼືອດັ່ງກ່າວທີ່ອາດຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງພວກເຮົາ.
|