ແພັກເກັດ Business Advantage
ເປີດໃຫ້ບໍລິການເປັນປົກກະຕິ
ມອບຄວາມໄວ້ໃຈໃຫ້ກັບເຮົາ ແລ້ວເພີດເພີນໄປກັບມົນສະເໜ່ແຫ່ງການເດີນທາງ ດ້ວຍແພັກເກັດ Business Advantage ທີ່ມາພ້ອມກັບສິດທິປະໂຫຍດອອກແບບສຳລັບການເດີນທາງມາຍັງວຽງຈັນຢ່າງພິເສດ ເຊິ່ງຈະລວມມີບໍລິການຮັບສົ່ງສະໜາມບິນຖ້ຽວດຍວ, ອາຫານເຊົ້າທຸກໆມື້ ແລະ ສ່ວນຫຼຸດພິເສດສຳລັບບໍລິການຕ່າງໆພາຍໃນໂຮງແຮມຕະຫຼອດໄລຍະການເຂົ້າພັກຂອງທ່ານ
|
ແພັກເກັດລວມມີ:
• ທີ່ພັກສຸດຫຼູ
• ບຸບເຟ້ອາຫານເຊົ້າທຸກໆມື້ທີ່ຮ້ານອາຫານໂມເສກ
• ບໍລິການລົດຮັບສົ່ງສະໜາມບິນຖ້ຽວດຽວ (ສາມາດແຈ້ງລາຍລະອຽດຖ້ຽວບິນໃນຂະນະທີ່ຈອງ)
• ສັນຍານອິນເຕີເນັດຄວາມໄວສູງ
• ສ່ວນຫຼຸດພິເສດ 10% ສຳລັບການບໍລິການອາຫານ ແລະ ເຄື່ອງດື່ມລະຫວ່າງການເຂົ້າພັກ
• ສ່ວນຫຼຸດພິເສດ 10% ສຳລັບການບໍລິການຊັກລີດລະຫວ່າງການເຂົ້າພັກ
• ສ່ວນຫຼຸດພິເສດ 10% ສຳລັບການບໍລິການອາຫານ ແລະ ເຄື່ອງດື່ມລະຫວ່າງການເຂົ້າພັກ
• ສ່ວນຫຼຸດພິເສດ 20% ສຳລັບການເຂົ້າໃຊ້ພື້ນທີ່ Club Lounge (ສຳລັບຫ້ອງ standard ແລະ ຫ້ອງ standard ວິວສະລອຍນ້ຳ)
|
|
ຈອງກັບເຮົາໂດຍກົງເພື່ອໄດ້ລາຄາທີ່ດີທີ່ສຸດ!
|
|
ເປັນຫຍັງ ຄຣາວ ພລາຊ່າ ວຽງຈັນ ຈຶ່ງເໝາະແກ່ການເຂົ້າພັກ:
ບໍ່ວ່າຈະເປັນ ທຸລະກິດ ຫຼື ການພັກຜ່ອນ, ຄຣາວ ພລາຊ່າ ວຽງຈັນ ລ້ວນມີຄວາມຕັ້ງໃຈທີ່ຈະຕອບສະໜອງທຸກໆຄວາມຕ້ອງການຂອງແຂກທຸກທ່ານຢ່າງເຖິງທີ່ສຸດ.
|
1. ໂປຣແກຣມ IHG Way of Clean
ໃນຂະນະທີ່ໂລກໄດ້ປັບຕົວເຂົ້າກັບບັນທັດຖານ ແລະ ຄວາມຄາດຫວັງໃນດ້ານການເດີນທາງຮູບແບບໃໝ່, ທາງໂຮງແຮມ ແລະ ລີສອດໃນເຄືອ IHG ຈຶ່ງໄດ້ມີແບບແຜນທີ່ຈະຍົກລະດັບປະສົບການການພັກຜ່ອນຄັ້ງໃໝ່ໃຫ້ແກ່ບັນດາແຂກທີ່ເຂົ້າພັກ ຜ່ານຂະບວກການທຳຄວາມສະອາດທີ່ລະອຽດ ແລະ ອຳນວຍຄວາມສະດວກໃຫ້ແກ່ແຂກໃນທຸກໆດ້ານຕະຫຼອດການເຂົ້າພັກ ບໍ່ວ່າຈະເປັນ:
ການຮ່ວມມືກັບບໍລິສັດທີ່ຊ່ຽວຊານລະດັບແຖວໜ້າ ບໍ່ວ່າຈະເປັນ Cleveland Clinic, Ecolab ແລະ Diversey
ການເປີດໃຊ້ແຜນການ IHG Clean Promise ແບບສາກົນ
ບາດກ້າວການເດີນທາງໃນອະນາຄົດອາດມີຄວາມແຕກຕ່າງໄປຈາກກ່ອນ, ແຕ່ສິ່ງທີ່ບໍ່ເຄີຍປ່ຽນແປງເລີຍກໍ່ຄື ການບໍລິການທີ່ຈິງໃຈຈາກພວກເຮົາ ເຊິ່ງໄດ້ເລັງໃສ່ຄວາມປອດໄພ ແລະ ສຸຂະອານາໄມຕະຫຼອດການເຂົ້າພັກຂອງແຂກ.
|
2.ຄວາມຫຼູຫຼາ
ດ້ວຍຄວາມເອົາໃຈໃສ່ໃນທຸກລາຍລະອຽດ. ຕັ້ງແຕ່ໝອນທີ່ໃຊ້ໝູນໃນທຸກໆຫ້ອງພັກ ທີ່ພວກເຮົາໄດ້ຈັດຫາໝອນໃຫ້ເລືອກໃນຫຼາຍໆແບບທີ່ມີຄຸນນະສົມບັດແຕກຕ່າງກັນ, ຫຼືຈະເປັນບໍລິການສ໌ປາທີ່ສາມາດຜ່ອນຄາຍໄປກັບທຣິດເມັ້ນທີ່ມີປະສິດທິພາບສູງດູແລໂດຍທີມງານມືອາຊີບຂອງພວກເຮົາ, ລວມໄປເຖິງຢີມທີ່ມີອຸປະກອນຫັດກາຍຄົບວົງຈອນທີ່ຖ້າທ່ານຢູ່.
|
3.ຄວາມເປັນມືອາຊີບ
ດ້ວຍສັນຍານອິນເຕີເນັດຄວາມໄວສູງໃນລະດັບແຖວໜ້າໃນວຽງຈັນ ໄປຈົນເຖິງການບໍລິການສຳລັບການທຸລະກິດທີ່ມີຄວາມຢືດຢຸ່ນເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງທ່ານ ດັ່ງນັ້ນ ພວກເຮົາເອົາໃຈໃສ່ໃນການບໍລິການ ເພື່ອໃຫ້ໝັ້ນໃຈວ່າ ທ່ານໄດ້ຮັບຄວາມເພິ່ງພໍໃຈຕະຫຼອດໄລຍະການເຂົ້າພັກກັບພວກເຮົາ.
|
4.ຄວາມມີໄມຕີຈິດ
ດ້ວຍການຕ້ອນຮັບທີ່ອົບອຸ່ນ ແລະ ເປັນກັນເອງ ພວກເຮົາຫວັງເປັນຢ່າງຍິ່ງວ່າທ່ານຈະໄດ້ຮັບຄວາມປະທັບໃຈໃນທຸກໆກ້າວຂອງການເຂົ້າພັກໃນໂຮງແຮມເຮົາ ແລະ ທີມງານຂອງພວກເຮົາພ້ອມທີ່ຈະດູແລທ່ານຢູ່ສະເໜີ.
|
5.ອາຫານການກິນ
ດ້ວຍ fusion food ທ່າມກາງບັນຍາກາດຮ່ວມສະໄໝທີ່ຮ້ານອາຫານ 3 Merchants, ອາຫານຕາເວັນຕົກທີ່ຮ້ານອາຫານໂມເສກ, ຄອກເທວ ແລະ ອາຫານເບົາຢູ່ຮ້ານໃກ້ສະລອຍນ້ຳ, ເຄັກ ແລະ ເຄື່ອງດື່ມທີ່ Elephant Lounge, ຫຼືຈະເປັນອາຫານເຊົ້າສຸດພິເສດທີ່ຈະເຮັດໃຫ້ທ່ານປະທັບໃຈຢ່າງບໍ່ມີວັນລືມ.
|
6.ສິ່ງອຳນວຍຄວາມສະດວກຕ່າງໆ
ບໍ່ວ່າທ່ານຕ້ອງການຢາກຈະລອຍນ້ຳ, ຜ່ອນຄາຍດ້ວຍການນວດ, ຊິວໄປກັບຊາວໜ້າ ຫຼື ແຊ່ບໍ່ນ້ຳອຸ່ນ, ກິນອາຫານລົດຟິນ, ອອກກຳລັງກາຍຢູ່ໃນຢີມທີ່ມີຄຸນນະພາບ, ຈັດງານປະຊຸມແບບມືອາຊີບ ຫຼື ສັງສັນກັບໝູ່ເພື່ອນ, ທັງໝົດນີ້ ຄຣາວ ພລາຊ່າ ວຽງຈັນ ມີໄວ້ໃຫ້ທ່ານແລ້ວ.
ພວກເຮົາພ້ອມທີ່ຈະຕ້ອນຮັບທ່ານຢູ່ສະເໝີ.
|
|
ເງື່ອນໄຂການເດີນທາງເຂົ້າປະເທດລາວ
ຫຼັງຈາກທີ່ຄອງຄອຍມາດົນ, ໃນທີ່ສຸດປະເທດລາວກໍ່ໄດ້ອະນຸມັດການເປີດປະເທດຮູບແບບເຕັມ ໂດຍບໍ່ມີການກັກຕົວ, ການກວດໂຄວິດ ແລະ ບໍ່ມີເງື່ອນໄຂການເຂົ້າປະເທດສຳລັບນັກເດີນທາງທີ່ໄດ້ຮັບການສັກວັກຊີນຄົບແລ້ວ. ສ່ວນນັກເດີນທາງທີ່ບໍ່ໄດ້ສັກຢາ ແມ່ນຈະຕ້ອງມີການກວດໂຄວິດແບບ ATK ພາຍໃນ 48 ຊົ່ວໂມງ ເມື່ອກຳລັງຈະເດີນທາງສູ່ປະເທດລາວ ແລະ ນຳຜົນກວດມາສະແດງໃຫ້ເຫັນເມື່ອມາຮອດ ເຊິ່ງສາມາດເຂົ້າປະເທດໄດ້ທັນທີຫາກຜົນເປັນລົບ. ສ່ວນເງື່ອນໄຂການເຂົ້າປະເທດອື່ນເຊັ່ນການຂໍວີຊ້າ ແມ່ນຈະອີງຕາມລະບຽບການ ແລະ ຂໍ້ກຳນົດທົ່ວໄປ.
67.5% ຂອງປະຊາກອນລາວແມ່ນໄດ້ຮັບການສັກວັກຊີເປັນທີ່ຮຽບຮ້ອຍແລ້ວ
ເງື່ອນໄຂໃດສາມາດເດີນທາງເຂົ້າລາວໄດ້ແດ່?
ນັກເດີນທາງທຸກທ່ານທີ່ມີສະຖານະການສັກວັກຊີນຄົບຖ້ວນແມ່ນສາມາດເດີນທາງເຂົ້າປະເທດໄດ້ໂດຍບໍ່ຕ້ອງກັກຕົວ.
ຂໍ້ກຳນົດ ແລະ ເງື່ອນໄຂສຳລັບການເດີນທາງ
ສາມາດອ່ານລາຍລະອຽດແບບເຕັມໄດ້ຕາມເນື່ອໃນດັ່ງລຸ່ມນີ້
ເງື່ອນໄຂການເຂົ້າປະເທດ: | |
ສຳລັບນັກເດີນທາງທີ່ໄດ້ຮັບການສັກວັກຊີນຄົບ: ໄລຍະກ່ອນມາຮອດ: ຕ້ອງໄດ້ຮັບການສັກວັກຊີນຢ່າງໜ້ອຍ 14 ມື້ກ່ອນເດີນທາງມາຮອດລາວບໍ່ວ່າຈະເປັນທາງເຮືອບິນ, ທາງເຮືອ ແລະ ທາງລົດ. ເຊິ່ງເມື່ອມາຮອດແມ່ນຈະບໍ່ມີການກວດໂຄວິດ ເງື່ອນໄຂການຂໍວີຊ້າ: ພົນລະເມືອງຂອງປະເທດທີ່ບໍ່ມີຂໍ້ຕົກລົງເລື່ອງຟຣີວີຊ້າກັບລາວ ແມ່ນສາມາດຍື່ນຂໍວີຊ້າໄດ້ທີ່ສະຖານທູດລາວ ຫຼື ສະຖານກົງສຸນຕ່າງປະເທດ ຫຼື ຜ່ານລະບົບ e-Visa ແບບອອນໄລນ໌. ວີຊ່າຂາເຂົ້າແມ່ນຈະກັບມາມີຜົນສັກສິດຄືນຕາມຈຸດກວດຄົນເຂົ້າເມືອງທົ່ວປະເທດ ຕັ້ງແຕ່ວັນທີ 9 ພຶດສະພາເປັນຕົ້ນໄປ. ໄລຍະເມື່ອມາຮອດ: ນັກທ່ອງທ່ຽວສາມາດເຂົ້າມາປະເທດລາວໄດ້ຕາມປົກກະຕິ ຄືກັນກຳໄລຍະກ່ອນໂຄວິດ. ຕ້ອງສະແດງບັດສັກວັກຊີນ ໄລຍະກຳລັງພັກອາໄສ: ທຸກທ່ານຕ້ອງເຂົ້າພັກໃນໂຮງແຮມທີ່ໄດ້ຮັບການຢັ້ງຢືນຈາກໂຄງການ LaoSafe
ສຳລັບນັກເດີນທາງທີ່ບໍ່ໄດ້ຮັບການສັກວັກຊີນຄົບ: | |
ຂໍມູນການເງື່ອນໄຂການກັກຕົວ | |
ການກັກຕົວແມ່ນບໍ່ຈຳເປັນໃນໄລຍະເປີດປະເທດ. | |
ເງື່ອນໄຂກ່ຽວກັບວັກຊີນ | |
ວັກຊີນທີ່ທາງລາວອະນຸຍາດສຳລັບນັກເດີນທາງ: Moderna, Pfizer/BioNTech, Janssen (Johnson & Johnson), Oxford/AstraZeneca, Serum Institute of India. Covishield (Oxford/AstraZeneca formulation), Sinopharm (Beijing) BBIBP-CorV (Vero Cells), Sinovac | |
ຕ້ອງສະແດງຜົນກວດໂຄວິດແບບ ATK ທີ່ເປັນລົບກ່ອນອອກເດີນທາງມາສູ່ລາວ ຂໍເຊີນທຸກທ່ານມາທ່ຽວລາວຢ່າງເຕັມທີ່ຄືດັ່ງປົກກະຕິ! |
|