ແພັກເກັດພິເສດ Breakfast Anytime
ຮັບປະທານອາຫານເຊົ້າໃນທຸກໆເວລາທີ່ຕ້ອງການ
ມອບປະສົບການທີ່ພິເສດຂື້ນອີກລະດັບ ໃນການເຂົ້າພັກທີ່ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ດ້ວຍການຈອງແພັກເກັດພິເສດ Breakfast Anytime. ເພີດເພີນກັບການຮັບປະທານອາຫານເຊົ້າໃນທຸກໆເວລາດ້ວຍຕົວເລືອກທີ່ຫຼາກຫຼາຍບໍ່ວາຈະເປັນເມນູສາກົນ ຈົນເຖິງເມນູອັນເປັນເອກະລັກ ແລະ ເປັນທີ່ຮັກຂອງຄົນລາວ.
|
|
ເປັນຫຍັງ ຄຣາວ ພລາຊ່າ ວຽງຈັນ ຈຶ່ງເໝາະແກ່ການເຂົ້າພັກ:
ບໍ່ວ່າຈະເປັນ ທຸລະກິດ ຫຼື ການພັກຜ່ອນ, ຄຣາວ ພລາຊ່າ ວຽງຈັນ ລ້ວນມີຄວາມຕັ້ງໃຈທີ່ຈະຕອບສະໜອງທຸກໆຄວາມຕ້ອງການຂອງແຂກທຸກທ່ານຢ່າງເຖິງທີ່ສຸດ.
|
1. ໂປຣແກຣມ IHG Way of Clean
ໃນຂະນະທີ່ໂລກໄດ້ປັບຕົວເຂົ້າກັບບັນທັດຖານ ແລະ ຄວາມຄາດຫວັງໃນດ້ານການເດີນທາງຮູບແບບໃໝ່, ທາງໂຮງແຮມ ແລະ ລີສອດໃນເຄືອ IHG ຈຶ່ງໄດ້ມີແບບແຜນທີ່ຈະຍົກລະດັບປະສົບການການພັກຜ່ອນຄັ້ງໃໝ່ໃຫ້ແກ່ບັນດາແຂກທີ່ເຂົ້າພັກ ຜ່ານຂະບວກການທຳຄວາມສະອາດທີ່ລະອຽດ ແລະ ອຳນວຍຄວາມສະດວກໃຫ້ແກ່ແຂກໃນທຸກໆດ້ານຕະຫຼອດການເຂົ້າພັກ ບໍ່ວ່າຈະເປັນ:
ການນຳໃຊ້ມາດຕະການຄວາມສະອາດຂັ້ນສູງສຸດຂອງ IHG Way of Clean
ການຮ່ວມມືກັບບໍລິສັດທີ່ຊ່ຽວຊານລະດັບແຖວໜ້າ ບໍ່ວ່າຈະເປັນ Cleveland Clinic, Ecolab ແລະ Diversey
ການເປີດໃຊ້ແຜນການ IHG Clean Promise ແບບສາກົນ
ບາດກ້າວການເດີນທາງໃນອະນາຄົດອາດມີຄວາມແຕກຕ່າງໄປຈາກກ່ອນ, ແຕ່ສິ່ງທີ່ບໍ່ເຄີຍປ່ຽນແປງເລີຍກໍ່ຄື ການບໍລິການທີ່ຈິງໃຈຈາກພວກເຮົາ ເຊິ່ງໄດ້ເລັງໃສ່ຄວາມປອດໄພ ແລະ ສຸຂະອານາໄມຕະຫຼອດການເຂົ້າພັກຂອງແຂກ.
|

2.ຄວາມຫຼູຫຼາ
ດ້ວຍຄວາມເອົາໃຈໃສ່ໃນທຸກລາຍລະອຽດ. ຕັ້ງແຕ່ໝອນທີ່ໃຊ້ໝູນໃນທຸກໆຫ້ອງພັກ ທີ່ພວກເຮົາໄດ້ຈັດຫາໝອນໃຫ້ເລືອກໃນຫຼາຍໆແບບທີ່ມີຄຸນນະສົມບັດແຕກຕ່າງກັນ, ຫຼືຈະເປັນບໍລິການສ໌ປາທີ່ສາມາດຜ່ອນຄາຍໄປກັບທຣິດເມັ້ນທີ່ມີປະສິດທິພາບສູງດູແລໂດຍທີມງານມືອາຊີບຂອງພວກເຮົາ, ລວມໄປເຖິງຢີມທີ່ມີອຸປະກອນຫັດກາຍຄົບວົງຈອນທີ່ຖ້າທ່ານຢູ່.
|
3.ຄວາມເປັນມືອາຊີບ
ດ້ວຍສັນຍານອິນເຕີເນັດຄວາມໄວສູງໃນລະດັບແຖວໜ້າໃນວຽງຈັນ ໄປຈົນເຖິງການບໍລິການສຳລັບການທຸລະກິດທີ່ມີຄວາມຢືດຢຸ່ນເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງທ່ານ ດັ່ງນັ້ນ ພວກເຮົາເອົາໃຈໃສ່ໃນການບໍລິການ ເພື່ອໃຫ້ໝັ້ນໃຈວ່າ ທ່ານໄດ້ຮັບຄວາມເພິ່ງພໍໃຈຕະຫຼອດໄລຍະການເຂົ້າພັກກັບພວກເຮົາ.
|
4.ຄວາມມີໄມຕີຈິດ
ດ້ວຍການຕ້ອນຮັບທີ່ອົບອຸ່ນ ແລະ ເປັນກັນເອງ ພວກເຮົາຫວັງເປັນຢ່າງຍິ່ງວ່າທ່ານຈະໄດ້ຮັບຄວາມປະທັບໃຈໃນທຸກໆກ້າວຂອງການເຂົ້າພັກໃນໂຮງແຮມເຮົາ ແລະ ທີມງານຂອງພວກເຮົາພ້ອມທີ່ຈະດູແລທ່ານຢູ່ສະເໜີ.
|
5.ອາຫານການກິນ
ດ້ວຍ fusion food ທ່າມກາງບັນຍາກາດຮ່ວມສະໄໝທີ່ຮ້ານອາຫານ 3 Merchants, ອາຫານຕາເວັນຕົກທີ່ຮ້ານອາຫານໂມເສກ, ຄອກເທວ ແລະ ອາຫານເບົາຢູ່ຮ້ານໃກ້ສະລອຍນ້ຳ, ເຄັກ ແລະ ເຄື່ອງດື່ມທີ່ Elephant Lounge, ຫຼືຈະເປັນອາຫານເຊົ້າສຸດພິເສດທີ່ຈະເຮັດໃຫ້ທ່ານປະທັບໃຈຢ່າງບໍ່ມີວັນລືມ.
|
6.ສິ່ງອຳນວຍຄວາມສະດວກຕ່າງໆ
ບໍ່ວ່າທ່ານຕ້ອງການຢາກຈະລອຍນ້ຳ, ຜ່ອນຄາຍດ້ວຍການນວດ, ຊິວໄປກັບຊາວໜ້າ ຫຼື ແຊ່ບໍ່ນ້ຳອຸ່ນ, ກິນອາຫານລົດຟິນ, ອອກກຳລັງກາຍຢູ່ໃນຢີມທີ່ມີຄຸນນະພາບ, ຈັດງານປະຊຸມແບບມືອາຊີບ ຫຼື ສັງສັນກັບໝູ່ເພື່ອນ, ທັງໝົດນີ້ ຄຣາວ ພລາຊ່າ ວຽງຈັນ ມີໄວ້ໃຫ້ທ່ານແລ້ວ.
ພວກເຮົາພ້ອມທີ່ຈະຕ້ອນຮັບທ່ານຢູ່ສະເໝີ.
|
|