Crowne Plaza Vientiane

Newest Celebration Cake

Newest Celebration Cake

Newest Celebration Cake

ສຳຜັດກັບຣົດຊາດສຸດພິເສດກັບເຂົ້າໜົມໄຫວ້ພະຈັນຄຸນະພາບຊັ້ນເລີດ ໃນເທດສະການວັນໄຫວ້ພະຈັນນີ້ ທີ່ ຄຣາວ ພລາຊ່າ ວຽງຈັນ. ສ້າງສັນຢ່າງພິຖີພິຖັນ ແລະ ສອດຄ່ອງກັບການຮອງຮັບມາດຕະຖານ ISO 22000. ເຂົ້າໜົມໄວຫ້ພະຈັນຂອງພວກເຮົາອັດເຕັມໄປດ້ວຍຄຸນະພາບຈາກວັດຖຸດິບທີ່ຄັດສັນມາຈາກແຫຼ່ງທີ່ມີຄວາມໜ້າເຊື່ອຖື.

ພິເສດກ່ວານັ້ນ, ເຂົ້າໜົມຂອງພວກເຮົາ ແມ່ນໄດ້ໄດ້ມາດຕະຖານອາຫານ ຮາລາລ, ເພື່ອທຸກຄົນສາມາດເຂົ້າເຖິງ ແລະ ຮ່ວມປະສົບການຣົດຊາດທີ່ແສນພິເສດນີ້ໄດ້. ນອກນີ້, ພວກເຮົາຍັງຕັ້ງໃຈອອກແບບ ກ່ອງພາຊະນະບັນຈຸເຂົ້າໜົມ ເພື່ອໃຫ້ຫຼຸດຜ່ອນການນຳໃຊ້ ພລາສຕິກ ໃຫ້ຫຼາຍທີ່ສຸດ ເພື່ອສະແດງເຖິງ ຄວາມມຸ່ງໝັ້ນໃນການຮັກສາສິ່ງແວດລ້ອມຂອງພວກເຮົາ. ທີ່ ຄຣາວ ພລາຊ່າ, ພວກເຮົາເຊື່ອວ່າ ຄຸນະພາບ ເປັນສິ່ງສຳຄັນ, ພວກເຮົາຈຶ່ງຮັບປະກັນວ່າທ່ານຈະຫາເຂົ້າໜົມ ທີ່ມີຣົດຊາດ ແລະ ຄຸນະພາບດີແບບນີ້ໄດ້ສະເພາະທີ່ ຄຣາວ ພລາຊ່າ ວຽງຈັນ ເທົ່ານັ້ນ.

ໃຫ້ເທດສະການໄຫວ້ພະຈັນນີ້ ເປັນຊ່ວງເວລາທີ່ໜ້າຈົດຈຳ ແລະ ເປັນຊ່ວງຂອງການແບ່ງປັນດ້ວຍເຂົ້າໜົມໄຫວ້ພະຈັນຄຸນະພາບຊັ້ນເລີດ ຈາກທາງ ຄຣາວ ພລາຊ່າ ໃຫ້ກັບເພື່ອນ ແລະ ຄອບຄົວຂອງທ່ານ.