ແພັກເກັດ Jetsetter
ສິດທິປະໂຫຍດຈາກແພັກເກັດ
ສຳລັບທ່ານທີ່ກຳລັງຈະເດີນທາງມານະຄອນຫຼວງວຽງຈັນ ພວກເຮົາຂໍເຊີນທ່ານມາພັກຜ່ອນໃນຄວາມຫຼູຫຼາຢ່າງມີສໄຕລ໌ ທີ່ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ກັບແພັກເກັດ Jetsetter ສຸດຄຸ້ມ. ພົບກັບສິດທິພິເສດຫຼາກຫຼາຍ ແລະ ການບໍລິການແບບເປັນສ່ວນຕົວ ນັບຕັ້ງແຕ່ການບໍລິການຮັບ-ສົ່ງຈາກສະໜາມບິນຈົນໄປເຖິງການບໍລິການແບບເອກສ໌ຄຼູຊິບທີ່ Club Lounge ຊຶ່ງມີບໍລິການ ອາຫານເຊົ້າ, ເຄື່ອງດື່ມຕະຫຼອດວັນ, ຊາຍາມບ່າຍ, ຄ໋ອກເທວໃນຕອນແລງ, ເມນູອາຫານຄ່ຳ, ແລະ ອື່ນໆອີກຫຼາກຫຼາຍທີ່ພວກເຮົາໄດ້ຈັດໄວ້ເພື່ອທ່ານ.
|
ແພັກເກັດນີ້ປະກອບດ້ວຍ:
• ທີ່ພັກສຸດຫຼູ
• ບໍລິການຮັບ-ສົ່ງຈາກສະໜາມບິນ
• ອາຫານເຊົ້າທີ່ Executive Club Lounge ຫຼື ທີ່ຮ້ານອາຫານໂມເສກ
• ບໍລິການນວດຕີນ 15 ນາທີ ທີ່ Senses Spa
• Club access ແລະ ສິດທິປະໂຫຍດທີ່ຫຼາກຫຼາຍ*
|
*ສິດທິປະໂຫຍດຕ່າງໆ
• ຮັບປະທານອາຫານເຊົ້າ ທີ່ຮ້ານອາຫານ ໂມເສກ ຕັ້ງແຕ່ເວລາ 7:00 ໂມງເຊົ້າ ເຖິງ 10:00 ໂມງເຊົ້າ.
• ຮັບປະທານນຳ້ຊາຍາມບ່າຍ ທີ່Club Lounge ຕັ້ງແຕ່ເວລາ 2:00 ໂມງສວາຍ ເຖິງ 4:00 ໂມງແລງ.
• ຮັບປະທານເຄື່ອງດື່ມຍາມແລງກັບເມນູ canapés ຕັ້ງແຕ່ເວລາ 5:00 ໂມງແລງ ເຖິງ 7:00 ໂມງແລງ ທີ່ Club Lounge.
• ດື່ມເຄື່ອງດື່ມຕະຫຼອດທັງວັນທີ່ Club Lounge ລວມທັງນຳ້ຊາ, ກາເຟ ແລະ ເຄື່ອງດື່ມທີ່ບໍ່ປະສົມ alcoholic.
• ເພີດເພີນໄປກັບເມນູອາຫານຄ່ຳສຸດພິເສດທີ່ Club Lounge
• ບໍລິການອິນເຕີເນັດຄວາມໄວສູງໃນຫ້ອງພັກ ແລະ Club Lounge.
• ບໍລິການໂທຟຣີພາຍໃນປະເທດ.
• ບໍລິການຊັກລີດຟຣີສຳລັບເສື້ອຜ້າໃນຈຳນວນບໍ່ກາຍ 2 ໂຕ ໃນຂະນະເຂົ້າພັກ.
• ສ່ວນຫຼຸດ 25% ສຳຫຼັບບໍລິການຊັກລີດ (ບໍ່ລວມຊັກແຫ້ງ).
• ບໍລິການປູຕຽງ
• ບໍລິການໃຊ້ຫ້ອງປະຊຸມຂະໜາດນ້ອຍສຳຫຼັບຮັບຮອງແຂກບໍ່ເກີນ8ທ່ານ ຟຣີ2ຊົ່ວໂມງຕໍ່ການເຂົ້າພັກ (ຂຶ້ນກັບຄວາມພ້ອມໃນການບໍລິການ).
• ບໍລິການໜັງສືພິມທຸກມື້ລັດຖະການ
|
ຈອງໂດຍກົງກັບພວກເຮົາເພື່ອຈ່າຍໃນລາຄາທີ່ມີອັດຕາຮັບປະກັນທີ່ດີທີ່ສຸດ!
|
|
ຂັ້ນຕອນການສັ່ງຈອງ
•ກະລຸນາກົດ "ຈອງທັນທີ" ແລະໃສ່ຄວາມຕ້ອງການການຈອງຂອງທ່ານໃນແບບຟອມ.
•ປະຕິບັດຕາມຄໍາແນະນໍາໃນຫນ້າຈໍເພື່ອດໍາເນີນການແລະຢືນຢັນການຈອງຂອງທ່ານ.
|
ເປັນຫຍັງ ຄຣາວ ພລາຊ່າ ວຽງຈັນ ຈຶ່ງເໝາະແກ່ການເຂົ້າພັກ:
ບໍ່ວ່າຈະເປັນ ທຸລະກິດ ຫຼື ການພັກຜ່ອນ, ຄຣາວ ພລາຊ່າ ວຽງຈັນ ລ້ວນມີຄວາມຕັ້ງໃຈທີ່ຈະຕອບສະໜອງທຸກໆຄວາມຕ້ອງການຂອງແຂກທຸກທ່ານຢ່າງເຖິງທີ່ສຸດ.

1.ຄວາມຫຼູຫຼາ
ດ້ວຍຄວາມເອົາໃຈໃສ່ໃນທຸກລາຍລະອຽດ. ຕັ້ງແຕ່ໝອນທີ່ໃຊ້ໝູນໃນທຸກໆຫ້ອງພັກ ທີ່ພວກເຮົາໄດ້ຈັດຫາໝອນໃຫ້ເລືອກໃນຫຼາຍໆແບບທີ່ມີຄຸນນະສົມບັດແຕກຕ່າງກັນ, ຫຼືຈະເປັນບໍລິການສ໌ປາທີ່ສາມາດຜ່ອນຄາຍໄປກັບທຣິດເມັ້ນທີ່ມີປະສິດທິພາບສູງດູແລໂດຍທີມງານມືອາຊີບຂອງພວກເຮົາ, ລວມໄປເຖິງຢີມທີ່ມີອຸປະກອນຫັດກາຍຄົບວົງຈອນທີ່ຖ້າທ່ານຢູ່.
|
2. ຄວາມເປັນມືອາຊີບ
ດ້ວຍສັນຍານອິນເຕີເນັດຄວາມໄວສູງໃນລະດັບແຖວໜ້າໃນວຽງຈັນ ໄປຈົນເຖິງການບໍລິການສຳລັບການທຸລະກິດທີ່ມີຄວາມຢືດຢຸ່ນເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງທ່ານ ດັ່ງນັ້ນ ພວກເຮົາເອົາໃຈໃສ່ໃນການບໍລິການ ເພື່ອໃຫ້ໝັ້ນໃຈວ່າ ທ່ານໄດ້ຮັບຄວາມເພິ່ງພໍໃຈຕະຫຼອດໄລຍະການເຂົ້າພັກກັບພວກເຮົາ.
|
3.ຄວາມມີໄມຕີຈິດ
ດ້ວຍການຕ້ອນຮັບທີ່ອົບອຸ່ນ ແລະ ເປັນກັນເອງ ພວກເຮົາຫວັງເປັນຢ່າງຍິ່ງວ່າທ່ານຈະໄດ້ຮັບຄວາມປະທັບໃຈໃນທຸກໆກ້າວຂອງການເຂົ້າພັກໃນໂຮງແຮມເຮົາ ແລະ ທີມງານຂອງພວກເຮົາພ້ອມທີ່ຈະດູແລທ່ານຢູ່ສະເໜີ.
|
4.ອາຫານການກິນ
ດ້ວຍ fusion food ທ່າມກາງບັນຍາກາດຮ່ວມສະໄໝທີ່ຮ້ານອາຫານ 3 Merchants, ອາຫານຕາເວັນຕົກທີ່ຮ້ານອາຫານໂມເສກ, ຄອກເທວ ແລະ ອາຫານເບົາຢູ່ຮ້ານໃກ້ສະລອຍນ້ຳ, ເຄັກ ແລະ ເຄື່ອງດື່ມທີ່ Elephant Lounge, ຫຼືຈະເປັນອາຫານເຊົ້າສຸດພິເສດທີ່ຈະເຮັດໃຫ້ທ່ານປະທັບໃຈຢ່າງບໍ່ມີວັນລືມ.
|
5.ສິ່ງອຳນວຍຄວາມສະດວກຕ່າງໆ
ບໍ່ວ່າທ່ານຕ້ອງການຢາກຈະລອຍນ້ຳ, ຜ່ອນຄາຍດ້ວຍການນວດ, ຊິວໄປກັບຊາວໜ້າ ຫຼື ແຊ່ບໍ່ນ້ຳອຸ່ນ, ກິນອາຫານລົດຟິນ, ອອກກຳລັງກາຍຢູ່ໃນຢີມທີ່ມີຄຸນນະພາບ, ຈັດງານປະຊຸມແບບມືອາຊີບ ຫຼື ສັງສັນກັບໝູ່ເພື່ອນ, ທັງໝົດນີ້ ຄຣາວ ພລາຊ່າ ວຽງຈັນ ມີໄວ້ໃຫ້ທ່ານແລ້ວ.
ພວກເຮົາພ້ອມທີ່ຈະຕ້ອນຮັບທ່ານຢູ່ສະເໝີ.
|
|