Crowne Plaza Vientiane

ວັດຫໍພະແກ້ວ

ເປັນບ່ອນປະດິດສະຖານພະແກ້ວມໍລະກົດໃນອາດີດ

ເປັນອີກໜຶ່ງວັດທີ່ໜ້າສົນໃຈທີ່ສຸດໃນບັນດາວັດທີ່ມີຄວາມງົດງາມຫຼາຍແຫ່ງຂອງນະຄອນຫຼວງວຽງຈັນ ວັດຫໍພະແກ້ວຖືກສ້າງຂຶ້ນໃນປີ 1565 ເພື່ອໃຊ້ເປັນສະຖານທີ່ປະກອບພິທີກຳສ່ວນຕົວຂອງຄອບຄົວກະສັດລາວ. ແຕ່ວັດແຫ່ງນີ້ເປັນທີ່ຮູ້ຈັກທີ່ສຸດໃນຖານະທີ່ເປັນບ່ອນປະດິດສະຖານພະແກ້ວມໍລະກົດ ເຊິ່ງເປັນພະພຸດທະຮູບທີ່ໄດ້ຮັບການເຄົາລົບບູຊາ ແລະ ໄດ້ອັນເຊີນມາປະດິດສະຖານທີ່ປະເທດລາວ ຈາກພາກເໜືອຂອງປະເທດໄທ.

ພະແກ້ວມໍລະກົດໄດ້ປະດິດສະຖານຢູ່ທີ່ວັດຫໍພະແກ້ວແຫ່ງນີ້ ເປັນເວລາ 214 ປີ ຈົນໃນທີ່ສຸດກໍ່ຖືກຊາວສະຫຍາມນຳກັບຄືນໄປປະດິດສະຖານໄວ້ຢູ່ທີ່ກຸງເທບ ແລະ ຍັງຄົງຢູ່ທີ່ນັ້ນມາຈົນເຖິງທຸກວັນນີ້.

ເຖິງແມ່ນວ່າຈະບໍ່ມີພະແກ້ວມໍລະກົດແລ້ວກໍ່ຕາມ ແຕ່ອົງປະກອບເຊິ່ງເປັນໄມ້ແກະສະລັກທີ່ງົດງາມຂອງວັດຫໍພະແກ້ວ ທັງປະຕູເຄືອບ ແລະ ງານແກະສະລັກຫີນແບບຂະເໝນແຫ່ງສະຕະວັດທີ 16 ໄດ້ເຮັດໃຫ້ວັດແຫ່ງນີ້ເປັນສະຖານທີ່ໆໜ້າສົນໃຈໃນການມາຢ້ຽມຊົມເປັນຢ່າງຍິ່ງ – ເນື່ອງຈາກວ່າພື້ນທີ່ໃນສ່ວນນີ້ເປັນເຂດພະລາຊະວັງເກົ່າທີ່ຍັງຫຼົງເຫຼືອມາໃຫ້ພວກເຮົາໄດ້ຊື່ນຊົມໃນປັດຈຸບັນ.