Crowne Plaza Vientiane

ວັດຈັນ

ວັດທີ່ມີຊື່ສຽງດ້ານງານແກະສະລັກໄມ້ທີ່ປານີດ

ວັດຈັນທະບູລີ ຫຼື ທີ່ນິຍົມເອີ້ນກັນທົ່ວໄປວ່າ: ວັດຈັນ ເປັນວັດທີ່ຮູ້ຈັກກັນດີທີ່ສຸດ ໃນດ້ານການອອກແບບທີ່ເປັນງານໄມ້ແກະສະລັກທີ່ປານີດ ລວມໄປເຖິງຮູບປັ້ນພະພຸດທະຮູບນັ່ງຂະໜາດໃຫຍ່ທີ່ສ້າງຂຶ້ນຈາກທອງສໍາລິດໃນສະຕະວັດທີ 16.

ວັດແຫ່ງນີ້ ກໍ່ຄືກັນກັບວັດອື່ນໆໃນເຂດເມືອງຫຼວງ ທີ່ໄດ້ຖືກທໍາລາຍໃນລະຫວ່າງການຮຸກຮານຂອງສະຫຍາມເມື່ອປີ 1828 ແຕ່ຫຼັງຈາກນັ້ນເປັນຕົ້ນມາກໍ່ໄດ້ຮັບການບູລະນະປະຕິສັງຂອນໃໝ່ຫຼາຍຄັ້ງ. ອຸໂບສົດຂອງວັດມີພະຍານາກສາມຫົວປົກປັກຮັກສາຢູ່ ເຊິ່ງລໍາໂຕຂອງພະຍານາກຍາວຢຽດໄປຕາມຮາວບັນໃດທາງຂື້ນໄປຈົນເຖິງປະຕູທາງເຂົ້າ.

ຕັ້ງຢູ່ໃກ້ກັບແມ່ນໍ້າຂອງ ວັດຈັນແຫ່ງນີ້ຍັງຄົງມີປະຊາຊົນແວະວຽນເຂົ້າມາສັກກາລະບູຊາຢູ່ສະເໜີ ແລະ ເປັນທີ່ພັກຂອງບັນດາພະສົງທີ່ອາໃສຢູ່ໃນວັດ ພະສົງເຫຼົ່ານັ້ນແມ່ນມີຄວາມເປັນກັນເອງ ແລະ ຍິນດີຕ້ອນຮັບການມາຢ້ຽມຢາມຂອງບັນດານັກທ່ອງທ່ຽວຢູ່ສະເໜີ ທັງນີ້ກໍ່ເພື່ອເປັນຊ່ອງທາງໃນການຝຶກຝົນທັກສະດ້ານພາສາອັງກິດຂອງເຂົາເຈົ້າເອງ.