Crowne Plaza Vientiane

ສະລອຍນໍ້າ

ສະລອຍນໍ້າ

ສະລອຍນໍ້າ

ສະລອຍນໍ້າ

ເຢັນກາຍສະບາຍໃຈຫຼັງຈາກອິດເມື່ອຍມາໝົດມື້ ດ້ວຍການລອຍນໍ້າໃຫ້ສະບາຍໃຈ ພ້ອມກັບຈິບເຄື່ອງດື່ມເພີ່ມຄວາມສົດຊື່ນຢູ່ທີ່ສະລອຍນໍ້າກາງແຈ້ງຂະໜາດໃຫຍ່ຂອງພວກເຮົາ.

ບໍ່ວ່າທ່ານຈະຕິດຢູ່ໃນການປະຊຸມທາງທຸລະກິດທີ່ສໍາຄັນ ຫຼື ພຽງແຕ່ໃຊ້ເວລາໝົດມື້ເພື່ອຍ່າງເລາະໄປຕາມຖະໜົນທີ່ຂຽວງາມຂອງນະຄອນຫຼວງວຽງຈັນ ສະລອຍນໍ້າກາງແຈ້ງຂະໜາດໃຫຍ່ຂອງໂຮງແຮມຄຣາວພລາຊ່າ ວຽງຈັນ ຖືວ່າເປັນສະຖານທີ່ໆສົມບູນແບບສໍາລັບການຜ່ອນຄາຍຮ່າງກາຍຂອງທ່ານ.

ຕັ້ງຢູ່ເທິງລະບຽງຊັ້ນສາມຂອງໂຮງແຮມ ທ່ານສາມາດຊົມວິວທິວທັດຂອງນະຄອນຫຼວງວຽງຈັນໄດຢ່າງເຕັມຕາ ສະລອຍນໍ້າແຫ່ງນີ້ເປັນສະຖານທີ່ໆສົມບູນແບບໃນການເພີດເພີນໄປກັບ ເຄື່ອງດື່ມເພີ່ມຄວາມສົດຊື່ນ ແລະ ອາຫານຫວ່າງຈາກຮ້ານ The Link ເຊິ່ງເປັນບາຣ໌ແຄມສະລອຍນໍ້າທີ່ທັນສະໄໝຂອງພວກເຮົາ.