Crowne Plaza Vientiane

ສູນອອກກໍາລັງກາຍ

ສູນອອກກໍາລັງກາຍ

ສູນອອກກໍາລັງກາຍ

ຮ່າງກາຍທີ່ແຂງແຮງ ຈະຊ່ວຍເຮັດໃຫ້ຈິດໃຈແຂງແຮງເຊັ່ນກັນ.

ການອອກກໍາລັງກາຍເປັນປະຈໍາເປັນສິ່ງສໍາຄັນ ແຕ່ໃນຂະນະທີ່ເດີນທາງ ທ່ານອາດມີເວລາໜ້ອຍ ຫຼື ຫຍຸ້ງຢູ່ກັບສິ່ງຕ່າງໆ – ພວກເຮົາເຂົ້າໃຈສິ່ງນີ້ດີ. ການອອກກໍາລັງກາຍຢ່າງເໝາະສົມ – ເໝາະສົມກໍ່ຕໍ່ເມື່ອທ່ານຕ້ອງການ – ຈະຊ່ວຍໃຫ້ທ່ານມີສະມາຖິ, ມີພະລັງ ແລະ ສາມາດຄວບຄຸມສິ່ງຕ່າງໆໄດ້. ດັ່ງນັ້ນ, ຈົ່ງເພີ້ມພະລັງ ແລະ ກຽມພ້ອມສໍາລັບທຸກສິ່ງ ດ້ວຍການອອກກຳລັງກາຍທີ່ສູນອອກກໍາລັງກາຍທີ່ມີອຸປະກອນຄົບວົງຈອນ ແລະ ຕົວເລືອກຕ່າງໆໃນການຮັກສາສຸຂະພາບຂອງພວກເຮົາ.

ສູນອອກກໍາລັງກາຍທີ່ເປີດໃຫ້ບໍລິການຕະຫຼອດ 24 ຊົ່ວໂມງຂອງພວກເຮົາ ປະກອບມີ ອຸປະກອນຝຶກການໄຫຼວຽນຂອງເລືອດ ແລະ ຫົວໃຈທີ່ທັນສະໄໝ ແລະ ອຸປະກອນຍົກນໍ້າໜັກເພື່ອປໍ້າສານອະຣິນະລີນ.

|

ເຂົ້າເບິ່ງ MEMBERSHIP PACKAGES

|

ນອກຈາກນີ້, ສູນອອກກໍາລັງກາຍຍັງເປີດໃຫ້ບໍລິການແກ່ບັນດາສະມາຊິກທີ່ຢູ່ໃນທ້ອງຖິ່ນ ແລະ ບັນດາມືອາຊີບທີ່ກໍາລັງຊອກຫາບ່ອນອອກກໍາລັງກາຍ ທີ່ສະດວກສະບາຍ ແລະ ທັນສະໄໝພາຍໃນເຂດນະຄອນຫຼວງວຽງຈັນ ໂດຍມີການຈໍາກັດຈໍານວນ.