Crowne Plaza Vientiane

ຕະຫຼາດກາງຄືນເຈົ້າອານຸ

ເມື່ອຕາເວັນເລີ່ມທີ່ຈະລັບຂອບຟ້າ ບັນດາຊາວຄ້າຂາຍນັບຮ້ອຍຮ້ານ ກໍ່ຈະເລີ່ມພາກັນກາງເຕັ້ນເປີດຮ້ານຂາຍເຄື່ອງ ລຽງລາຍໄປຕາມແຄມແມ່ນໍ້າຂອງ.

ຕັ້ງແຕ່ 4 ໂມງແລງ ໄປຈົນເຖິງ ຕອນຄໍ່າມືດ ຮ້ານຄ້າຂາຍເຄື່ອງທີ່ສະຫວ່າງສະໄຫວເຕັມໄປດ້ວຍແສງໄຟນິອອນນັບເປັນຮ້ອຍໆຮ້ານ ກໍ່ຈະປະກົດໂຕຂຶ້ນ ລຽງລາຍໄປຕາມແຄມຝັ່ງແມ່ນໍ້າຂອງ.

ຕະຫຼາດກາງຄືນແຫ່ງນີ້ເປັນຈຸດໝາຍປາຍທາງຍາມຄໍ່າຄືນຍອດນິຍົມສໍາລັບຄົນທ້ອງຖິ່ນ ແລະ ເປັນອີກໜຶ່ງທາງເລືອກໃຫ້ແກ່ບັນດານັກທ່ອງທ່ຽວ ນອກເໜືອຈາກຕະຫຼາດກາງຄືນໃນຫຼວງພະບາງ. ແຕ່ບັນດານັກທ່ອງທ່ຽວຈະໄດ້ສໍາຜັດເຖິງຄວາມນິຍົມ ແລະ ແຟຊັ່ນຂອງຄົນໃນທ້ອງຖິ່ນ ລວມໄປເຖິງຄວາມຫຼາກຫຼາຍຂອງຜະລິດຕະພັນຮ່ວມສະໄໝ ແລະ ຜະລິດຕະພັນພື້ນເມືອງເຊັ່ນວ່າ: ຜ້າໄໝທີ່ເຮັດດ້ວຍມື, ຂອງທີ່ລະລຶກຈາກຊົນເຜົ່າຕ່າງໆ ແລະ ເຄື່ອງປະດັບທີ່ເຮັດດ້ວຍເງິນ.